ໜູນຊ່ວຍສິ່ງຂອງຈໍາເປັນໃຫ້ແກ່ປະຊາຊົນຢູ່ກຸ່ມບ້ານຊາຍແດນຂອງລາວ
ກປ.ອອນໄລ - ວັນທີ 10 ສິງຫາ, ສະຫາຍນາງ ວິທິກວຽນ ເລຂາພັກຕາແສງເມືອງຕີ໊ບ, ແຂວງເງະອານ ໃຫ້ຮູ້ວ່າ, ທາງທ້ອງຖິ່ນ ໄດ້ສົມທົບກັບຄ້າຍທະຫານຊາຍແດນເມືອງອ໋າຍ ໄດ້ຫັດສະບຽງອາຫານ, ທັນຍາຫານ, ສິ່ງຂອງທີ່ຈໍາເປັນສ່ວນໜຶ່ງ ເພື່ອໜູນຊ່ວຍປະຊາຊົນຢູ່ເມືອງໝອກ, ແຂວງຊຽງຂວາງ, ປະເທດລາວ.
ຕາມນັ້ນແລ້ວ, ໃນໄພນໍ້າຖ້ວມທ້າຍເດືອນກໍລະກົດປີ 2025, ກຸ່ມບ້ານຕ່າງໆຂອງເມືອງໝອກ ໄດ້ຮັບຜົນສະທ້ອນອັນໜັກໜ່ວງ, ຫຼາຍຄອບຄົວມີເຮືອນຊານ ແລະຊັບສິນຖືກນ້ຳຖ້ວມພັດໄປ. ພາຍຫຼັງໄພທຳມະຊາດ, ຊີວິດການເປັນຢູ່ຂອງປະຊາຊົນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຂາດເຂີນສະບຽງອາຫານ. ເມື່ອໄດ້ຮັບຂ່າວ, ອຳນາດການປົກຄອງທ້ອງຖິ່ນຕາແສງເມືອງຕີ໊ບ ໄດ້ສົມທົບກັບຄ້າຍທະຫານຊາຍແດນເມືອງອ໋າຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ ຈັດຕັ້ງການພົບປະ, ຢ້ຽມຢາມຖາມຂ່າວ, ມອບສິ່ງຂອງທີ່ຈຳເປັນໃຫ້ແກ່ຝ່າຍເພື່ອນ.
    |
 |
ອໍານາດການປົກຄອງທ້ອງຖິ່ນຕາແສງເມືອງຕີ໊ບ ໜູນຊ່ວຍສິ່ງຂອງທີ່ຈໍາເປັນໃຫ້ແກ່ປະຊາຊົນເມືອງໝອກ, ແຂວງຊຽງຂວາງ (ລາວ). ພາບ: qdnd.vn |
ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ສະຫາຍນາງ ວິທິກວຽນ ໃຫ້ຮູ້ວ່າ: “ໄພນໍ້າຖ້ວມຄັ້ງນີ້, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນຕາແສງເມືອງຕີ໊ບ ຖືກຜົນສະທ້ອນອັນໜັກໜ່ວງ. ຍ້ອນມີການໜູນຊ່ວຍຂອງທຸກຂັ້ນ, ທຸກຂະແໜງການຢູ່ໃນແຂວງເງະອານ, ບັນດາກົມກອງກຳລັງປະກອບອາວຸດ, ຜູ້ໃຈບຸນໃຈກຸສົນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ກັບຄືນສູ່ສະພາບປົກກະຕິ. ເມື່ອຮູ້ຂ່າວບັນດາກຸ່ມຊຸມຊົນຂອງລາວ ຢູ່ເຊິ່ງໜ້າປະສົບກັບຄວາມຫຍຸ້ງຍາກຍ້ອນໄພທຳມະຊາດ, ພວກຂ້າພະເຈົ້າ ໄດ້ຕົກລົງໜູນຊ່ວຍ, ແບ່ງປັນສະບຽງອາຫານ, ສິ່ງຂອງທີ່ຈໍາເປັນໃຫ້ຝ່າຍເພື່ອນ".
ໂດຍ: ທູຈາງ