ກອງພົນໃຫຍ່ 34 ຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນແຂວງຢາລາຍ ພາຍຫຼັງພາຍຸ, ນ້ຳຖ້ວມ
ນັບແຕ່ວັນທີ 1 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງ ພ້ອມກັນໃນ “ບັ້ນ ກວາງຈຸງ”.
ດ້ວຍເປົ້າໝາຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິກ່ອນບຸນເຕັດປະຈຳຊາດ, ນັບແຕ່ວັນທີ 1 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງພ້ອມກັນໃນ “ບັ້ນ ກວາງຈຸງ”, ເພື່ອມອບໃຫ້ບັນດາຄອບຄົວທີ່ເຮືອນຢູ່ໄດ້ຖືກຜົນເສຍຫາຍໃນເກີດເຫດພາຍຸ, ນ້ຳຖ້ວມຄັ້ງປະຫວັດສາດຢູ່ ແຂວງຢາລາຍ ແລະແຂວງດັກລັກ. ໃນນັ້ນແຂວງຢາລາຍ ມີ 70 ຫຼັງ, ແຂວງດັກລັກ ມີ 30 ຫຼັງ.
    |
 |
|
ກອງພົນໃຫຍ່ 34 ຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ ໃຫ້ແກ່ປະຊາຊົນແຂວງຢາລາຍ ພາຍຫຼັງພາຍຸ, ນ້ຳຖ້ວມ. ພາບ: vov.vn |
ທ່ານພັນເອກພິເສດ ຟ້າມຮົ່ງເຊີນ, ຮອງຫົວໜ້າການເມືອງ ໂຮງຮຽນການທະຫານ ກອງພົນໃຫຍ່ 34, ໃຫ້ຮູ້ວ່າ: “ທ້ອງຖິ່ນ ແລະຄອບຄົວຈະຮັບຜິດຊອບການອອກແບບ, ສ່ວນກົມກອງຈະໜູນຊ່ວຍຜູ້ກໍ່ສ້າງ ແລະກຳລັງຂົນສົ່ງວັດສະດຸກໍ່ສ້າງ. ພວກຂ້າພະເຈົ້າຈັດການຮັບປະກັນດ້ານພະລາທິການ, ຮັບປະກັນໃຫ້ອ້າຍນ້ອງມີສຸຂະພາບແຂງແຮງເພື່ອປະຕິບັດວຽກງານຂອງຕົນໃຫ້ເປັນຢ່າງດີ”.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ