ຢູ່ແຂວງບໍລິຄໍາໄຊ, ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ແລະທ່ານພົນຈັດຕະວາ  ກົງຈັນ ໄຊປັນຍາ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ; ທ່ານພົນຈັດຕະວາ ຄຳແພນ ວີລື້ທໍາ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເປັນປະທານຮ່ວມ.

ຢູ່ແຂວງຄໍາມ່ວນ, ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ແລະທ່ານພັນເອກ ຈັນໄຊ ນັນທະວົງ, ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ເປັນປະທານຮ່ວມ.

leftcenterrightdel
ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ແລະທ່ານພັນເອກ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ແລກປ່ຽນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: qdnd.vn

ທີ່ການພົບປະສອງຝ່າຍ, ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ໊ງ ກັບກໍາລັງການທະຫານ, ປ້ອງກັນຄວາມສະຫງົບສອງແຂວງບໍລິຄໍາໄຊ ແລະແຂວງຄໍາມ່ວນ ໄດ້ແລກປ່ຽນ, ຕີລາຄາໝາກຜົນການສົມທົບກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ. ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ໊ງ ໄດ້ເສີມຂະຫຍາຍການເຄື່ອນໄຫວຂອງສຸກສາລາລະຫວ່າງທະຫານ-ປະຊາຊົນຢູ່ບ້ານທົ່ງເປ, ເມືອງຄໍາເກີດ ໃຫ້ເປັນຢ່າງດີ; ໃນປີ 2025 ໄດ້ກວດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນ 2.677 ເທື່ອຄົນ, ປະຖົມພະຍາບານໄດ້ 35 ກໍລະນີ ແລະແຈກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນປະມານ 1.100 ເທື່ອຄົນ ຢູ່ບັນດາບ້ານຕິດຈອດກັບຊາຍແດນ; ໜູນຊ່ວຍນັກຮຽນ 5 ຄົນ ຢູ່ບ້ານທົ່ງເປ, ນາຫາດ, ນາເປ ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ດ້ວຍເງິນຈໍານວນ 500 ກີບ/ເດືອນ/ຄົນ...

leftcenterrightdel
ທ່ານພັນເອກພິເສດ ບຸ່ຍຮົ່ງແທັງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ, ທ່ານພົນຈັດຕະວາ  ກົງຈັນ ໄຊປັນຍາ, ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະທ່ານພົນຈັດຕະວາ ຄຳແພນ ວີລື້ທໍາ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມື. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນປະຕິບັດຕາມອະນຸສັນຍາວ່າດ້ວຍເສັ້ນຊາຍແດນ, ຫຼັກໝາຍຊາຍແດນຢ່າງເຂັ້ມງວດ; ສັນຍາວ່າດ້ວຍກົດລະບຽບຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງຫວຽດນາມ-ລາວ; ເພີ່ມທະວີການກໍາແໜ້ນສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການລາດຕະເວນສອງຝ່າຍ; ຝຶກອົບຮົມດ້ານວິຊາການປ້ອງກັນຊາຍແດນ; ປະສານສົມທົບໃນການກູ້ໄພກູ້ຊີບ, ຮັບມືກັບໄພທຳມະຊາດ, ໂລກລະບາດ, ມົນລະພິດສິ່ງແວດລ້ອມຢູ່ເຂດຊາຍແດນ.

ໂດຍ: ທູຈາງ