ທ່ານພົນໂທ ຮວ່າງຊວນຈ໊ຽນ  ຕີລາຄາສູງຂອບຂະໜາດຂອງງານວາງສະແດງ IDEF 2025 ແລະຄວາມເປັນມືອາຊີບໃນການຈັດຕັ້ງຂອງກະຊວງປ້ອງກັນປະເທດຕວກກີ, ພ້ອມທັງຊົມເຊີຍບັນດາວິສາຫະກິດ ແລະຮາກຖານອຸດສະຫະກໍາປ້ອງກັນຊາດຕວກກີ ແຫ່ງຕ່າງໆ ເຂົ້າຮ່ວມງານວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ຄາດວ່າຈະຈັດຕັ້ງໃນທ້າຍປີ 2026.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ  ພົບປະກັບທ່ານ Yasar Guler ລັດຖະມົນຕີກະຊວງປ້ອງກັນປະເທດຕວກກີ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ  ເນັ້ນໜັກວ່າ, ພາຍຫຼັງການຢ້ຽມຢາມ ຕວກກີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ (ເດືອນພະຈິກ 2023), ການພົວພັນລະຫວ່າງ 2 ປະເທດ ນັບມື້ນັບພັດທະນາຢ່າງດີງາມ, ສ້າງພື້ນຖານອັນໜັກແໜ້ນ ເພື່ອນຳການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ທ່ານພົນໂທ ຮວ່າງຊວນຈ໊ຽນ  ສະເໜີສອງຝ່າຍຄົ້ນຄວ້າ ແລະເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ຄື: ພົບປະແລກປ່ຽນຄະນະຜູ້ແທນ, ບໍາລຸງກໍ່ສ້າງ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ອຸດສາຫະກຳປ້ອງກັນຊາດ; ຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ຄວາມໝັ້ນຄົງທາງອິນເຕີແນັດ,...

ແບ່ງປັນບັນດາເນື້ອໃນ ທີ່ທ່ານພົນໂທ ຮວ່າງຊວນຈ໊ຽນ  ຫາກໍ່ຍົກອອກມາ, ທ່ານ Yasar Guler ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກັບຫວຽດນາມ, ພ້ອມທີ່ຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ຮ່ວມມືທະຫານເຮືອ, ທະຫານບົກ... ກ່ຽວກັບການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ຕວກກີ ພ້ອມທີ່ຈະຮ່ວມມືກັບຫວຽດນາມ ເຊິ່ງສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

leftcenterrightdel
 
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Musa Heybet ທີ່ພິທີລົງນາມໃນຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຕວກກີ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ. ພາບ: qdnd.vn

ໃນວັນດຽວກັນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ Musa Heybet ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕວກກີ ໄດ້ລົງນາມໃນຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະກະຊວງປ້ອງກັນປະເທດ ແຫ່ງ ສ ຕວກກີ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມພາຍຫຼັງພິທີລົງນາມ. ພາບ: qdnd.vn

ເລື່ອງລົງນາມໃນຂໍ້ຕົກລົງ ໄດ້ສ້າງຂີດໝາຍແຫ່ງການພັດທະນາອັນສຳຄັນໃນການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຕວກກີ, ສ້າງແລວທາງ ແລະຂອບເຂດຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແບ່ງປັນບັນດາບັນຫາຍຸດທະສາດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບຳລຸງກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ, ຮັກສາສັນຕິພາບສະຫະປະຊາຊາດ ແລະຂົງເຂດຕ່າງໆ ຕາມການຕົກລົງເຫັນດີຂອງສອງຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ຕວກກີ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ ນັບມື້ນັບເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນ.

ໂດຍ: ທະນາພອນ