leftcenterrightdel
ທູງຊາດ ອາເມລິກາ ແລະຈີນ ຢູ່ ການເຈລະຈາ ທີ່ ລອນດອນ, ອັງກິດໃນວັນທີ 10-6-2025. ພາບ: REUTERS/Toby Melville

ທ່ານ Howard Lutnick ລັດຖະມົນຕີກະຊວງການຄ້າອາເມລິກາ ໃຫ້ຮູ້ວ່າ ກອບຂໍ້ຕົກລົງໄດ້ຮັບການສ້າງຂຶ້ນບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ໃນຮອບເຈລະຈາຄັ້ງທຳອິດຢູ່ ສະວິດ. ກອບຂໍ້ຕົກລົງນີ້ເພື່ອແນໃສ່ແກ້ໄຂບັນດາຂໍ້ຈຳກັດໃນການສົ່ງອອກດິນປະເສີດ ແລະແມ່ເຫຼັກຂອງ ຈີນ ໄປຍັງ ອາເມລິກາ ແລະກົງກັນຂ້າມ, ອາເມລິກາ ກໍຍົກເລີກບາງຂໍ້ຈຳກັດການສົ່ງອອກສຳລັບ ຈີນ.  ຖັນແຖວນັກເຈລະຈາຂອງ ອາເມລິກາ ໄດ້ລາຍງານຕໍ່ທ່ານປະທານາທິບໍດີ Donald Trump ເພື່ອຮັບຮອງເອົາ ແລະຫວັງວ່າຂໍ້ຕົກລົງນີ້ຈະຖືກປະຕິບັດ.

ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໃຫ້ຮູ້ວ່າ ບໍ່ມີການພົບປະໃດໄດ້ຮັບການຂຶ້ນແຜນ, ແຕ່ກໍໃສ່ໃຈວ່າ ສອງປະເທດມີການແລກປ່ຽນເປັນປະຈຳ ແລະອາດຈະໂຮມປະຊຸມໃນບໍ່ວ່າເວລາໃດທີ່ຕ້ອງການ.

ໃນຂະນະນັ້ນ, ທ່ານຮອງລັດຖະມົນຕີກະຊວງການຄ້າ ຈີນ ຫຼີຊິງຊຽງ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ກອບຂໍ້ຕົກລົງກ່ຽວກັບການປະຕິບັດຄວາມເຫັນດີເຫັນພ້ອມໃນການໂອ້ລົມທາງໂທລະສັບລະຫວ່າງການນຳສອງປະເທດເມື່ອວັນທີ 5 ມິຖຸນາ ແລະໃນການເຈລະຈາຢູ່ ສະວິດ. ຂໍ້ຕົກລົງນີ້ຈະໄດ້ຮັບການຍື່ນສະເໜີຕໍ່ການນຳສອງປະເທດໃຫ້ອະນຸມັດຜ່ານ.

ແຫຼ່ງຄັດຈາກ: vovworld.vn