ຄະນະຜູ້ແທນໂດຍທ່ານ ເລກວກມິງ, ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມເຍີນເຢີນ, ປະທານສະມາຄົມນັກຂ່າວຫວຽດນາມ ເປັນຫົວໜ້າຄະນະ. ຄະນະຜູ້ແທນລວມມີ: ທ່ານ ຟານຊວນທຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ທ່ານ ຫງວຽນດຶກເລີ້ຍ, ຮອງປະທານຜູ້ປະຈໍາສະມາຄົມນັກຂ່າວຫວຽດນາມ; ການນຳຂອງບາງອົງການສື່ມວນຊົນຂອງສູນກາງ ແລະທ້ອງຖິ່ນ.

leftcenterrightdel
ທ່ານ ເລກວກມິງ ແລະຜູ້ແທນໄປຢ້ຽມຢາມສຳນັກງານສະມາຄົມຊາວໜຸ່ມປະຕິວັດຫວຽດນາມ ແລະສະຖານທີ່ທີ່ປະທານ ໂຮ່ຈີມິນ ໄດ້ພິມຈຳໜ່າຍໜັງສືພິມແທັງນຽນ ໃນປີ 1925 (Guangzhou, ປະເທດຈີນ). ພາບ: ເຊີນຫາຍ

ເຮືອນເລກທີ 13 (ປະຈຸບັນແມ່ນເລກທີ 248-250) ຢູ່ນະຄອນ Guangzhou - ບ່ອນທີ່ຜູ້ນໍາ ຫງວຽນອ໊າຍກວກ - ໂຮ່ຈີມິນ ເຄີຍດຳລົງຊີວິດ, ເຮັດວຽກ ແລະຈັດຕັ້ງບັນດາຊຸດຝຶກອົບຮົມໃຫ້ແກ່ພະນັກງານໃຫ້ການປະຕິວັດຫວຽດນາມ ໃນໄລຍະ 1924-1927. ເຮືອນເລກທີ 13 ກໍ່ແມ່ນສຳນັກງານຂອງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ. ຢູ່ທີ່ນີ້, ປະທານ ໂຮ່ຈີມິນ ໄດ້ຂຽນໂດຍກົງ, ສະເໜີ, ພິມຈຳໜ່າຍໜັງສືພິມແທັງນຽນ - ອົງການສື່ມວນຊົນແຫ່ງທໍາອິດຂອງຫວຽດນາມ. ບັນດາວັດຖຸພັນ, ບົດຂຽນ, ໜ້າໜັງສືພິມທີ່ຍັງຄົງຮັກສາໄວ້ຢູ່ທີ່ນີ້ໄດ້ສະແດງໃຫ້ເຫັນແນວຄິດ, ເນື້ອໃນ ແລະແບບແຜນຂຽນຂ່າວຂອງປະທານ ໂຮ່ຈີມິນ.

ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ບັນດານັກຂ່າວປະຕິວັດຫວຽດນາມ ໃນປະຈຸບັນສະແດງຄວາມຮູ້ບຸນຄຸນ, ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມຮັບຜິດຊອບຂອງຕົນໃນການຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າຂອງແນວຄິດ, ຄຸນສົມບັດ ແລະແບບແຜນຂອງປະທານໂຮ່ຈີມິນ ໃນການເຄື່ອນໄຫວດ້ານສື່ມວນຊົນ. ການປະຕິບັດງານໄດ້ຢືນຢັນຈິດໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະສືບທອດເຈດຈຳນົງທີ່ເປັນມູນເຊື້ອຂອງພື້ນຖານສື່ມວນຊົນປະຕິວັດຫວຽດນາມ ໃນຍຸກໃໝ່.

ໂດຍ: ຈາງຫງວຽນ