ໃນບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສາມັກຄີ, ສະຫາຍ ຫງວຽນວັນທີ ໄດ້ມອບດອກໄມ້ໃຫ້ແກ່ສະຫາຍ ຄໍາແພງ ໄຊສົມແພງ ພ້ອມດ້ວຍສະມາຊິກໃນຄະນະ ແລະອວຍພອນໃຫ້ການປະຕິບັດງານຂອງຄະນະຜູ້ແທນຂັ້ນສູງແຂວງຫົວພັນ ຢູ່ແຂວງແທັງຮວ໊າ ປະສົບຜົນສຳເລັດຢ່າງຈົບງາມ.

leftcenterrightdel
ສະຫາຍ ຫງວຽນວັນທີ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ມອບດອກໄມ້ໃຫ້ແກ່ສະຫາຍ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງແທັງຮວ໊າ. ພາບ: baothanhhoa.vn

ຕາງໜ້າຄະນະຜູ້ແທນຂັ້ນສູງແຂວງຫົວພັນ, ສະຫາຍ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະຈິງໃຈຂອງສະຫາຍ ຫງວຽນວັນທີ ພ້ອມດ້ວຍການນໍາຄະນະ, ພະແນກ, ຂະແໜງການແຂວງແທັງຮວ໊າ ໄດ້ສະຫງວນໃຫ້ແກ່ຄະນະ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງແທັງຮວ໊າ, ຄະນະຜູ້ແທນຂັ້ນສູງແຂວງຫົວພັນ ຈະເຂົ້າຮ່ວມບັນດາການເຄື່ອນໄຫວ, ຄື: ເຂົ້າຮ່ວມພິທີຖະຫວາຍທູບທຽນຢູ່ເຂດວັດທະນະທຳອາໄລຫາປະທານໂຮ່ຈີມິນ, ວິຫານແມ່ຫວຽດນາມວິລະຊົນ ແລະບນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຮ່າມຣົ່ງ; ພົບປະເຈລະຈາ ແລະລົງນາມຂໍ້ຕົກລົງ ຮ່ວມມື ປີ 2025 ລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ; ມອບຫຼຽນໄຊ, ຫຼຽນກາຂອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ແກ່ໝູ່ຄະນະ ແລະສ່ວນບຸກຄົນຂອງມະຫາວິທະຍາໄລຮົ່ງດື໊ກ.

ການຢ້ຽມຢາມ ແລະເຮັດວຽກຢູ່ແຂວງແທັງຮວ໊າ ຂອງຄະນະຜູ້ແທນຂັ້ນສູງແຂວງຫົວພັນ ຈະສືບຕໍ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ, ປະກອບສ່ວນເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ-ລາວ ເລິກເຊິ່ງກວ່າ.

ໂດຍ: ເຈິ່ນຮວ່ຽນ