leftcenterrightdel
ຄະນະຜູ້ແທນແຂວງຫຼວງພະບາງ ມາແລກປ່ຽນວຽກງານຊາຍແດນເປີດກວ້າງປີ 2025 ຢູ່ແຂວງເຊີນລາ. ພາບ: baosonla.vn

ຕ້ອນຮັບຄະນະມີທ່ານນາງ ຈ໊າງທິຊວນ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງເຊີນລາ, ຫົວໜ້າຄະນະຊີ້ນໍາວຽກງານຊາຍແດນແຂວງ; ການນໍາບາງພະແນກ, ຂະແໜງການຂອງແຂວງ.

ທີ່ການຕ້ອນຮັບ, ຕາງໜ້າການນໍາແຂວງ, ທ່ານນາງ ຈ໊າງທິຊວນ ໄດ້ແຈ້ງເວລາ, ສະຖານທີ່, ເນື້ອໃນແລກປ່ຽນລະຫວ່າງແຂວງເຊີນລາ ກັບແຂວງຫຼວງພະບາງ. ທີ່ກອງປະຊຸມແລກປ່ຽນວຽກງານ, ຈະປະເມີນຜົນການປະຕິບັດວຽກງານປະສານສົມທົບໃນຂົງເຂດຕ່າງໆລະຫວ່າງສອງແຂວງ, ທິດທາງປະຕິບັດໃນໄລຍະຈະມາເຖິງ...

ຄະນະຜູ້ແທນຊາຍແດນແຂວງຫຼວງພະບາງ ຂອບໃຈການຕ້ອນຮັບຂອງການນໍາແຂວງເຊີນລາ; ຕີລາຄາສູງການຊ່ວຍເຫຼືອຂອງແຂວງເຊີນລາ ໃນໄລຍະຜ່ານມາ ແລະປາດຖະໜາຢາກແຂວງເຊີນລາ ສືບຕໍ່ເອົາໃຈໃສ່ຮ່ວມມືໃນທຸກຂົງເຂດ, ປະກອບສ່ວນນໍາການພົວພັນມິດຕະພາບ, ການຮ່ວມມືຫວຽດນາມ-ລາວ ເວົ້າລວມ, ແຂວງເຊີນລາ ກັບແຂວງຫຼວງພະບາງ ເວົ້າສະເພາະນັບມື້ນັບເຂົ້າສູ່ລວງເລິກ, ຊຸກຍູ້ການພົວພັນມິດຕະພາບ, ເຕັມໄປດ້ວຍນໍ້າໃຈສາມັກຄີ.

ໂດຍ:​ ໄຊນີດາ