leftcenterrightdel
ການພົບປະສອງຝ່າຍລະຫວ່າງສອງແຂວງ ແທ໊ງຮວ໊າ  - ຫົວພັນ. ພາບ: nhandan.vn

ທີ່ພິທີພົບປະສອງຝ່າຍ ແລະລົງນາມຂໍ້ຕົກລົງຮ່ວມມືປີ 2025, ການນໍາສອງແຂວງ ແທ໊ງຮວ໊າ - ຫົວພັນ ຢືນຢັນຕັດສິນໃຈປັບປຸງ, ພັດທະນາການພົວພັນມິດຕະພາບແບບພິເສດລະຫວ່າງສອງທ້ອງຖິ່ນ. ໃນຊຸມປີຜ່ານມາ, ແຂວງແທ໊ງຮວ໊າ ບັນລຸຫຼາຍໝາກຜົນຮອບດ້ານໃນຂົງເຂດຕ່າງໆ, ໃນນັ້ນມີການຮ່ວມເດີນທາງ, ໜູນຊ່ວຍທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ແລະອາລົມຈິດຈາກແຂວງຫົວພັນ. ໃນປີ 2024, ວົງເງິນການຄ້າລະຫວ່າງສອງແຂວງລື່ນກາຍ 34 ລ້ານໂດລາສະຫະລັດ. ຫຼາຍໂຄງການຊ່ວຍເຫຼືອລ້າ, ພົບປະແລກປ່ຽນ, ແຮກສ່ຽວທ້ອງຖິ່ນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງແທ໊ງຮວ໊າ - ຫົວພັນ ປີ 2025 ຊີ້ແຈ້ງບັນດາເປົ້າໝາຍ ແລະການກໍານົດທິດຮ່ວມມືໃນຫຼາຍຂົງເຂດ, ຄື: ການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເສດຖະກິດ, ການຄ້າ, ການລົງທຶນ; ການສຶກສາ-ບໍາລຸງສ້າງ, ການແພດ, ວັດທະນະທໍາ-ສັງຄົມ ແລະບາງຂົງເຂດອື່ນ.

leftcenterrightdel
ແຂວງແທ໊ງຮວ໊າ - ຫົວພັນ ລົງນາມຂໍ້ຕົກລົງຮ່ວມມືປີ 2025. ພາບ: nhandan.vn

ທີ່ການພົບປະສອງຝ່າຍ, ທ່ານ ຫງວຽນຢວານແອງ ເລຂາພັກແຂວງແທ໊ງຮວ໊າ ແລະທ່ານ ຄໍາແພງ ໄຊສົມແພງ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ປຶກສາຫາລື, ເຫັນດີເປັນເອກະພາບສູງກ່ຽວກັບບັນດາເນື້ອໃນຂໍ້ຕົກລົງຮ່ວມມືປີ 2025. ເລື່ອງລົງນາມຂໍ້ຕົກລົງຄັ້ງນີ້ບໍ່ພຽງແຕ່ຊຸກຍູ້ການລົງທຶນ, ການຄ້າ, ນໍາເຂົ້າ-ສົ່ງອອກເທົ່ານັ້ນ, ຫາກຍັງປະກອບສ່ວນຍົກສູງການດໍາລົງຊີວິດຂອງປະຊາຊົນ, ເຮັດໃຫ້ນໍ້າໃຈມິດຕະພາບແບບຍືນຍົງລະຫວ່າງສອງທ້ອງຖິ່ນເລິກເຊ່ິງກວ່າເກົ່າ.

ພາຍໃຕ້ການເປັນສັກຂີພິຍານຂອງການນໍາຂັ້ນສູງສອງແຂວງ, ທ່ານ ຫງວຽນວັນທີ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງ ແທ໊ງຮວ໊າ ແລະທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນແຂວງຫົວພັນ ໄດ້ລົງນາມຂໍ້ຕົກລົງຮ່ວມມືຢ່າງເປັນທາງການປີ 2025. ເຫດການຢືນຢັນວ່າ ການຕັດສິນໃຈດ້ານເມືອງສູງ ແລະໃຫ້ຄໍາໝັ້ນສັນຍາອັນຍາວນານລະຫວ່າງສອງແຂວງ, ເພື່ອການພັດທະນາແບບຍືນຍົງ ແລະວັດທະນາຖາວອນລວມຂອງສອງທ້ອງຖ່ິນ.

ໂດຍ: ໄຊນີດາ