ກອງປະຊຸມຄັ້ງທີ 35 ລະຫວ່າງທະຫານເຂດ 5 ກັບບັນດາກົມກອງກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 9 ພຶດສະພາ, ຢູ່ນະຄອນດານັ້ງ, ທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ຂອງລາວ, ໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ຈັດກອງປະຊຸມຄັ້ງທີ 35 ປີ 2025. ທ່ານພົນຈັດຕະວາ ເລຫງອກຫາຍ, ຜູ້ບັນຊາການທະຫານເຂດ 5 ແລະ ທ່ານພັນເອກ ບຸນສົມ ອິນທະລາ, ຫົວໜ້າການທະຫານກອງພົນທີ 5 ເປັນປະທານຮ່ວມກອງປະຊຸມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ໃນໄລຍະຜ່ານມາ, ທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ ຂອງລາວ ແລະໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການໂຄສະນາເຜີຍແຜ່, ສົມທົບກັນຈັດຕັ້ງປະຕິບັດສັນຍາວ່າດ້ວຍກົດລະບຽບຄຸ້ມຄອງຊາຍແດນ, ແລະດ່ານຊາຍແດນທາງບົກ ຫວຽດນາມ-ລາວ, ອະນຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ; ສົມທົບກັນສະກັດກັ້ນກໍລະນີຂ້າມຊາຍແດນ ແລະການເຂົ້າເມືອງຜິດກົດໝາຍຢ່າງທັນການ; ຕັ້ງໜ້າຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາປະເພດຕ່າງໆ ແລະໄພສັງຄົມ; ສຳເລັດການປັກຫຼັກໝາຍຊາຍແດນ 125 ແຫ່ງຢູ່ເຊດຊາຍແດນ ຫວຽດນາມ - ລາວ, ບັນລຸ 100% ແຜນການ.
    |
 |
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ນັບແຕ່ປີ 2020 ມາຮອດປັດຈຸບັນ, ບັນດາຫົວໜ່ວຍ, ອຳນາດການປົກຄອງ ແລະປະຊາຊົນ 4 ແຂວງພາກໃຕ້ຂອງລາວ ໄດ້ສ້າງເງື່ອນໄຂໃຫ້ກໍາລັງທະຫານເຂດ 5 ຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ໄດ້ 53 ອັດຖິ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ເລຫງອກຫາຍ, ຜູ້ບັນຊາການທະຫານເຂດ 5 ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ປະຕິບັດໜ້າທີ່ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ບໍລິເວນຊາຍແດນຖືກຕາມແຜນນະໂຍບາຍຂອງພັກ, ລັດ ແລະກະຊວງປ້ອງກັນປະເທດສອງປະເທດ ຢ່າງທັນການ.
    |
 |
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ປີ 2025. ພາບ: qdnd.vn |
ແຈ້ງໃຫ້ຊາບຢ່າງທັນການ, ເປັນເຈົ້າການສົມທົບກັນຜັນຂະຫຍາຍກຳລັງ, ພາຫະນະຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທຳມະຊາດຢູ່ລຽບຕາມຊາຍແດນຕາມເນື້ອໃນຈິດໃຈຂອງອະນຸສັນຍາ ວ່າດ້ວຍການຮ່ວມມືກອບກູ້ໄພພິບັດເປັນປົກກະຕິຢູ່ເຂດຊາຍແດນທາງບົກລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະລາວ; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ; ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ; ພ້ອມແລ້ວທີ່ຈະຊ່ວຍເຫຼືອເຊິ່ງກັນແລະກັນທັງດ້ານວັດຖຸ ແລະຈິດໃຈຕາມຄວາມສາມາດ...
ໂອກາດນີ້, ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ຂອງລາວ ແລະໂຮງຮຽນນາຍສິບເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ປີ 2025.
ໂດຍ: ກວຽດເຕິມ