ຮ່າໂນ້ຍ-ວຽງຈັນ ເພີ່ມທະວີການຮ່ວມມືກ່ຽວກັບວຽກງານແມ່ຍິງສອດຄ່ອງກັບສະພາບການໃໝ່
ກປ.ອອນໄລ - ຕອນເຊົ້າວັນທີ 12 ພຶດສະພາ, ສະຫາຍ ຫງວຽນວັນຟອງ ຮອງເລຂາຜູ້ປະຈຳການຄະນະພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ນຳໂດຍສະຫາຍນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ຮ່າໂນ້ຍ.
    |
 |
ສະຫາຍນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ກ່າວຄຳເຫັນທີ່ການຕ້ອນຮັບ. ພາບ: ກວາງທ໊າຍ. |
ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍນາງ ຫຼຽນຄຳ ວິລະພັນ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສະຫະພັນແມ່ຍິງສອງນະຄອນຫຼວງ ນັບມື້ນັບເຂົ້າສູ່ລວງເລິກ, ໃນນັ້ນວຽກງານບຳລຸງສ້າງພະນັກງານຍິງ ໃຫ້ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອຈາກນະຄອນຫຼວງຮ່າໂນ້ຍ ຢ່າງມີປະສິດທິຜົນ, ແທດຈິງ; ສະຫະພັນແມ່ຍິງນະຄອນຮ່າໂນ້ຍ ໄດ້ມີການໜູນຊ່ວຍອັນລ້ຳຄ່າຕໍ່ກັບວຽກງານແມ່ຍິງຂອງນະຄອນຫຼວງວຽງຈັນ. ສະຫາຍນາງ ຫຼຽນຄຳ ວິລະພັນ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຕິດແທດຂອງອົງຄະນະພັກສອງນະຄອນຫຼວງ, ການຮ່ວມມືລະຫວ່າງສອງສະຫະພັນແມ່ຍິງໃຫ້ນັບມື້ນັບແໜ້ນແຟ້ນ, ມີຫຼາຍບາດກ້າວເດີນໃໝ່.
    |
 |
ສະຫາຍ ຫງວຽນວັນຟອງ ຮອງເລຂາຜູ້ປະຈຳການຄະນະພັກນະຄອນຮ່າໂນ້ຍ ມອບຂອງຂວັນໃຫ້ແກ່ຄະນະສະຫະພັນແມ່ຍິງນະຄອນຫຼວງວຽງຈັນ. ພາບ: ກວາງທ໊າຍ |
ສະຫາຍ ຫງວຽນວັນຟອງ ໃຫ້ຮູ້ວ່າ ຮ່າໂນ້ຍ ດ້ວຍບົດບາດແມ່ນະຄອນຫຼວງ, ຈະປະກອບສ່ວນນັບມື້ນັບແທດຈິງ, ມີປະສິດທິຜົນເຂົ້າໃນການພົວພັນມິດຕະພາບກັບນະຄອນຫຼວງວຽງຈັນ, ຜ່ານນັ້ນຊຸກຍູ້ ແລະປັບປຸງການພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ສະຫາຍ ຫງວຽນວັນຟອງ ຢັ້ງຢືນວ່າ ຄະນະພັກນະຄອນຮ່າໂນ້ຍ ຍາມໃດກໍ່ຊີ້ນຳບັນດາອົງການ, ກົມກອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ກຳນົດການພົວພັນກັບນະຄອນຫຼວງວຽງຈັນ ແມ່ນການພົວພັນແບບພິເສດ, ບຸລິມະສິດພັດທະນາໃນສະພາບການໃໝ່.
ໂດຍ: ແສງເດືອນ