ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ມົ່ວອາວ໊າງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງດ້ຽນບຽນ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະການເຄື່ອນໄຫວວຽກງານແນວໂຮມ. ໃນໄລຍະຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ແຂວງດ້ຽນບຽນ ໄດ້ປະຕິບັດວຽກງານໂຄສະນາ, ຂົນຂວາຍພະນັກງານ, ສະມາຊິກຊາວໜຸ່ມ, ສະມາຊິກແນວໂຮມປະເທດຊາດ ແລະປະຊາຊົນທຸກຊັ້ນວັນນະປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຢ່າງມີປະສິດທິຜົນ, ກໍາແໜ້ນແນວຄິດ,   ຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຊັ້ນວັນນະຢ່າງທັນການ, ປັບປຸງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ. ແນວໂຮມປະເທດຊາດຫວຽດນາມ ແຂວງດ້ຽນບຽນ ກໍ່ຈັດຕັ້ງປະຕິບັດບັ້ນຂົນຂວາຍ, ຂະບວນການແຂ່ງຂັນຢ່າງມີປະສິດທິຜົນ; ແຕ່ລະປີລ້ວນແຕ່ຈັດຕັ້ງວັນບຸນມະຫາສາມັກຄີຢູ່ບັນດາບ້ານ, ໝູ່ບ້ານ ແລະກຸ່ມບ້ານ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ການນຳແນວລາວສ້າງຊາດແຂວງຫຼວງນ້ຳທາ ແລະແຂວງໄຊຍະບູລີ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການຂອງທ້ອງຖິ່ນ ແລະບາງໝາກຜົນວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ. ໃນບັນຍາກາດທີ່ສະໜິດສະໜົມ, ເປີດອົກເປີດໃຈ, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນບົດຮຽນໃນວຽກງານແນວລາວສ້າງຊາດ ແລະວຽກງານແນວໂຮມປະເທດຊາດຫວຽດນາມ, ພິເສດແມ່ນວິທີການເຄື່ອນໄຫວເພື່ອນໍາມາເຊິ່ງປະສິດທິຜົນ; ບົດຮຽນໃນວຽກງານຄຸ້ມຄອງຊົນເຜົ່າ ແລະສາສະໜາ; ການເຕົ້າໂຮມ ແລະສ້າງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ...

ໂດຍ: ຈາງຫງວຽນ