ທ່ານນາງ ຄໍາເພົາ ເອີນທະວັນ ເນັ້ນໜັກວ່າ ວັນທີ 30 ເມສາ 1975 ແມ່ນຂີດໝາຍແຫ່ງການບຸກໂຈມຕີ ແລະລຸກຮື້ຂຶ້ນລະດູບານໃໝ່ປີ 1975 ຍາດໄດ້ໄຊຊະນະຢ່າງສົມບູນ. ນີ້ແມ່ນໜ້າປະຫວັດສາດອັນສະຫງ່າລາສີ ແລະເປັນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນການສ້າງສາ ແລະປົກປັກຮັກສາປະເທດຊາດນັບຫຼາຍພັນປີຂອງຊາດຫວຽດນາມ. ກອງທັບ ແລະປະຊາຊົນຫວຽດນາມ ໄດ້ສິ້ນສຸດ 30 ປີແຫ່ງການຕໍ່ສູ້ປົດປ່ອຍຊາດ, ປະຕິບັດສໍາເລັດພາລະກຳປະຫວັດສາດອັນສະຫງ່າລາສີ ແມ່ນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ, ສິ້ນສຸດແອກປົກຄອງກວ່າໜຶ່ງສະຕະວັດຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່, ເປີດສັງກາດໃໝ່ໃຫ້ແກ່ປະເທດຊາດ - ສັງກາດແຫ່ງເອກະລາດ, ເອກະພາບ ແລະພ້ອມກັນກໍ່ສ້າງປະເທດຫວຽດນາມ ສັງຄົມນິຍົມ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະສີວິໄລ”.
“ໄຊຊະນະທີ່ຍິ່ງໃຫຍ່ວັນທີ 30 ເມສາ 1975 ແມ່ນສັນຍາລັກແຫ່ງນ້ຳໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ເປັນກຳລັງແຮງແຫ່ງມະຫາສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະປະຊາຊົນທົ່ວປະເທດ, ຄວາມຄາດຫວັງອັນແຮງກ້າຂອງປະຊາຊົນຫວຽດນາມ ເພື່ອເອກະລາດ, ເສລີພາບ, ສັນຕິພາບ ແລະຄວາມຜາສຸກ. ນີ້ກໍແມ່ນໄຊຊະນະທີ່ໂດດເດັ່ນຂອງກຳລັງປະຕິວັດໂລກ, ປະກອບສ່ວນຊຸກຍູ້ການຕໍ່ສູ້ຂອງປະຊາຊົນໃນໂລກຢ່າງແຂງແຮງເພື່ອເປົ້າໝາຍເອກະລາດ, ສັນຕິພາບ, ປະຊາທິປະໄຕ ແລະຄວາມກ້າວໜ້າໃນສັງຄົມ; ໃຫ້ກຳລັງໃຈ, ປຸກລະດົມສົ່ງເສີມໃຫ້ປະຊາຊາດທີ່ພວມດໍາເນີນພາລະກິດປົດປ່ອຍຊາດ, ຕ້ານລັດທິຈັກກະພັດ, ເປີດສາກໃຫ້ການລົ້ມລະລາຍຂອງລັດທິລ່າເມືອງຂຶ້ນແບບໃໝ່ໃນທົ່ວໂລກ”, ທ່ານນາງ ຄໍາເພົາ ເອີນທະວັນ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.
    |
 |
ປະທານ ໂຮ່ຈີມິນ ແລະສະຫາຍ ໄກສອນ ພົມວິຫານ, ປີ 1966. ພາບ: ເອກະສານ. |
ທ່ານນາງ ຄຳເພົາ ເອີນທະວັນ ຖືວ່າ ໄຊຊະນະຂອງຊາດຫວຽດນາມ ໃນວັນທີ 30 ເມສາ 1975 ແມ່ນຍ້ອນມີການສົມທົບຈາກຫຼາຍປັດໄຈ, ໃນນັ້ນມີ 3 ປັດໄຈມີລັກສະນະຕັດສິນ. ທີໜຶ່ງແມ່ນການນຳພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈີມິນ. ທີສອງແມ່ນນ້ຳໃຈຮັກຊາດ, ຄວາມຄາດຫວັງຢາກມີສັນຕິພາບ, ເອກະລາດ, ເສລີພາບ ແລະທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ສ້າງກຳລັງແຮງສັງລວມແຫ່ງກຸ່ມກ້ອນມະຫາສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນທັງຊາດ ເພື່ອໃຫ້ກອງທັບ ແລະປະຊາຊົນຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະເສຍສະຫຼະ. ທີສາມແມ່ນການສະນັບສະໜູນ ແລະຊ່ວຍເຫຼືອອັນໃຫຍ່ຫຼວງ ແລະມີປະສິດທິຜົນຂອງປະຊາຊົນ ແລະບັນດາກຳລັງຮັກຫອມສັນຕິພາບ, ກ້າວໜ້າໃນໂລກ, ໃນນັ້ນ ມີການຮ່ວມສໍາພັນສູ້ຮົບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ.
    |
 |
ທ່ານພົນເອກ ຫວໍງວຽນຢາບ ຢ້ຽມຢາມຄະນະນັກຊ່ຽວຊານການທະຫານ 959 ຢູ່ຊໍາເໜືອ (ລາວ), ປີ 1969. ພາບ: ເອກະສານ. |
ທ່ານນາງ ຄໍາເພົາ ເອີນທະວັນ ຢັ້ງຢືນວ່າ “ໃນຂະນະທີ່ປະຊາຊົນຫວຽດນາມ ໄດ້ເສຍສະຫຼະຊີວິດເລືອດເນື້ອໃຫ້ແກ່ການປະຕິວັດລາວ ນັ້ນ, ປະຊາຊົນລາວ ກໍເສຍສະຫຼະຊີວິດ ແລະຊັບສິນເພື່ອຊ່ວຍເຫຼືອການປະຕິວັດຫວຽດນາມ. ດ້ວຍຄວາມຮັກແພງພິເສດ, ພັກ, ລັດ ແລະປະຊາຊົນລາວ ໄດ້ສະໜັບສະໜູນຢ່າງສຸດຂີດ ແລະສ້າງທຸກເງື່ອນໄຂສະດວກໃຫ້ແກ່ຫວຽດນາມ ເປີດ “ເສັ້ນທາງໂຮ່ຈີມິນ” ຜ່ານດິນແດນປະເທດລາວ ເພື່ອ “ຕັດຜ່ານສາຍພູຫຼວງ ໄປກູ້ຊາດ”, ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ. ການເສຍສະຫຼະອັນສູງສົ່ງ ແລະໃຫຍ່ຫຼວງນັ້ນ ໄດ້ສ້າງເປັນກໍາລັງແຮງອັນມະຫາສານ, ແຫຼ່ງກໍາລັງໜູນອັນໃຫຍ່ຫຼວງ, ປະກອບສ່ວນນຳການປະຕິວັດຂອງສອງປະເທດພວກເຮົາ ໄປສູ່ໄຊຊະນະທີ່ຍິ່ງໃຫຍ່ໃນປີ 1975, ສິ້ນສຸດຫຼາຍສິບປີແຫ່ງການຕໍ່ສູ້, ສ້າງເປັນໄຊຊະນະອັນມະຫັດສະຈັນໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະຈັກກະພັດ ຮຸກຮານ”.
    |
 |
ທະຫານອາສາສະໝັກຫວຽດນາມ ຈັດງານລ້ຽງອໍາລາປະຊາຊົນລາວ ບັນດາເຜົ່າ ກ່ອນທີ່ຈະກັບຄືນປະເທດ. ພາບ: ເອກະສານ. |
ພາຍຫຼັງ 50 ປີແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ທ່ານນາງ ຄໍາເພົາ ເອີນທະວັນ ຕີລາຄາວ່າ ພາຍໃຕ້ການນຳພາອັນປີຊາສາມາດ, ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັບເຈດຈໍານົງຕັດສິນໃຈ, ມີຄຸນທາດ, ມີຫົວຄິດປະດິດສ້າງຜ່ານຜ່າຄວາມຫຍຸ້ງຍາກລໍາບາກ, ສິ່ງທ້າທາຍ, ກໍາແໜ້ນກາລະໂອກາດ, ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ສ້າງປະຖົມປັດໄຈໃຫ້ແກ່ສັງກາດບືນຕົວຂຶ້ນຂອງຊາດ. ນັ້ນແມ່ນການເມືອງ ແລະສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ; ຊີວິດສັງຄົມໄດ້ຮັບການຮັບປະກັນ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຈາກປະເທດທີ່ຖືກທຳລາຍຢ່າງໜັກໜ່ວງຈາກສົງຄາມ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນສັນຍາລັກແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ເປັນປະເທດທີ່ສວຍງາມ, ປອດໄພ, ເປັນມິດ ແລະເຕັມໄປດ້ວຍຄວາມຮັກແຂກແພງຄົນ. ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນລະດັບແຖວໜ້າຢູ່ອາຊີ-ປາຊີຟິກ, ແມ່ນຕ່ອງໂສ້ທີ່ສຳຄັນໃນການຮ່ວມສຳພັນເສດຖະກິດ, ສັນຍາການຄ້າເສລີ, ຕ່ອງໂສ້ການຜະລິດໃນພາກພື້ນ ແລະສາກົນ. ຈາກປະເທດທີ່ຖືກປິດລ້ອມຂວໍ້າບາດ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບເກືອບ 200 ປະເທດໃນໂລກ, ໃນນັ້ນມີຫຼາຍຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຫຼາຍອົງການຈັດຕັ້ງພາກພື້ນ ແລະສາກົນ.
ທ່ານນາງ ຄໍາເພົາ ເອີນທະວັນ ໃຫ້ຮູ້ວ່າ “ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານທີ່ຫວຽດນາມ ບັນລຸໄດ້ແມ່ນຄວາມມ່ວນຊື່ນຮ່ວມກັນ, ເປັນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະປະຊາຊົນລາວ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຫວຽດນາມ ຈະບຸກທະລຸ ແລະກ້າວໄປເຖິງເປົ້າໝາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ຢ່າງມີໄຊ ໂດຍໄວ, ພ້ອມກັນນັ້ນ ກໍ່ບັນລຸໄດ້ສອງເປົ້າໝາຍ 100 ປີ (ຮອດປີ 2030, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ, ຫວຽດນາມ ແມ່ນປະເທດພວມພັດທະນາມີອຸດສາຫະກໍາທັນສະໄໝ, ລາຍຮັບປານກາງສູງ ແລະຮອດປີ 2045, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສສ ຫວຽດາມ ຄົບຮອບ 100 ປີ, ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ). ແນ່ນອນວ່າ ຫວຽດນາມ ຈະກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຫຼາຍກວ່າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.
ໂດຍ: ໄຊຊະນະ