ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ດັ້ງງອັກຕວ໊ນ ຫົວໜ້າພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ເນັ້ນໜັກວ່າ ແຂວງກວ໋າງບິ່ງ ແລະແຂວງຄຳມ່ວນ ມີສາຍພົວພັນອັນສະໜິດໜົມ, ພິເສດແມ່ນໃນຂົງເຂດການສຶກສາ. ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ຍັງເປັນຂີດໝາຍສຳຄັນ, ສະແດງໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງແຂວງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: giaoducthoidai.vn

ທີ່ການເຮັດວຽກ, ຜູ້ຕາງໜ້າການນຳສອງພະແນກ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວ, ບັນດາໝາກຜົນບັນລຸໄດ້, ຄວາມສະດວກ, ຄວາມຫຍຸ້ງຍາກ ໃນຂົງເຂດການສຶກສາທີ່ສອງແຂວງ ພວມປະເຊີນໜ້າ.

ທ່ານນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງຄຳມ່ວນ ໃຫ້ຮູ້ວ່າ  ໃນໄລຍະຈະມາເຖິງ, ແຂວງຄຳມ່ວນ ຫວັງວ່າ ພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ຈະສ້າງເງື່ອນໄຂ ເພື່ອໃຫ້ພະນັກງານຄຸ້ມຄອງ, ຄູສອນຂອງແຂວງຄໍາມ່ວນ ມາຮໍ່າຮຽນ ແລະແລກປ່ຽນບົດຮຽນແນໃສ່ຍົກສູງຄຸນນະພາບການສຶກສາ.

leftcenterrightdel
ການນໍາພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ແລະພະແນກສຶກສາທິການ ແລະກິລາແຂວງຄຳມ່ວນ ລົງນາມໃນບົດບັນທຶກການເຮັດວຽກ. ພາບ: giaoducthoidai.vn

ແລກປ່ຽນກັບຄະນະປະຕິບັດງານຂອງພະແນກສຶກສາທິການ ແລະກິລາແຂວງຄຳມ່ວນ, ຜູ້ຕາງໜ້າພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ໄດ້ແບ່ງປັນກ່ຽວກັບວິທີການເພີ່ມທະວີຄວາມສາມາດໃຫ້ແກ່ຄູສອນ, ວິທີການກໍ່ສ້າງໂຮງຮຽນຕົວແບບ, ໂຮງຮຽນມັດທະຍົມຕອນປາຍ ວິຊາຊີບ ແລະລະບົບຕິດຕາມກວດກາ, ຄຸ້ມຄອງວຽກງານຂອງຄູສອນ. ພ້ອມກັນນັ້ນ, ທ່ານ ດັ້ງງອັກຕວ໊ນ ສະແດງວ່າ ຖ້າແຂວງຄຳມ່ວນ ປາດຖະໜາຢາກກໍ່ສ້າງຮູບແບບໂຮງຮຽນມີຄຸນນະພາບ, ຄື: ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຫວໍງວຽນຢ໊າບ, ພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ຈະສ້າງເງື່ອນໄຂເພື່ອໜູນຊ່ວຍ.

ໃນໄລຍະຈະມາເຖິງ, ພະແນກສຶກສາ ແລະກໍ່ສ້າງແຂວງກວ໋າງບິ່ງ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ພະນັກງານຄຸ້ມຄອງ ແລະຄູສອນແຂວງຄໍາມ່ວນ ໄດ້ໄປທັດສະນະສຶກສາ, ຖອດຖອນບົດຮຽນ ກໍ່ຄືຮັດແໜ້ນນໍ້າໃຈສາມັກຄີ, ການຮ່ວມມືຄືເນື້ອໃນບົດບັນທຶກການຮ່ວມມືທີ່ໄດ້ລົງນາມ.

ໂດຍ: ເຈິ່ນຮວ່ຽນ