ສົ່ງຄຳອວຍພອນອັນດີງາມມາຍັງພະນັກງານ, ນັກຮົບກອງບັນຊາການ ປກສ 3 ແຂວງ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວ, ທ່ານພັນເອກ ໂດ໊ງອກມິງ ໄດ້ອວຍພອນໃຫ້ກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການ ປກສ 3 ແຂວງ ໄດ້ຮັບການຈັດຕັ້ງສຳເລັດຜົນຢ່າງຈົບງາມ.

leftcenterrightdel
ທ່ານພັນເອກ ໂດ໊ງອກມິງ, ຮອງຫົວໜ້າກອງບັນຊາການ ຕໍາຫຼວດແຂວງດ້ຽນບຽນ ໄດ້ມອບຂອງຂວັນໃຫ້ກອງບັນຊາການ ປກສ ແຂວງຜົ້ງສາລີ. ພາບ: ແທ່ງຈູງ

ໃນບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບ, ຄະນະປະຕິບັດງານຕຳຫຼວດແຂວງດ້ຽນບຽນ ແລະກອງບັນຊາການ ປກສ 3 ແຂວງ ໄດ້ແຈ້ງໃຫ້ຊາບ ແລະແລກປ່ຽນກ່ຽວກັບສະພາບການ ແລະໝາກຜົນວຽກງານຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ ແລະໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານພ້ອມກັນໜູນຊ່ວຍກັນໃນການປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະແຂວງ ແລະແຕ່ລະປະເທດ.

ໃນການປະຕິບັດງານ, ທ່ານພັນເອກ ໂດ໊ງອກມິງ ໄດ້ລົງກວດກາສອງກອງປະຕິບັດງານພິເສດຂອງຕຳຫຼວດແຂວງດ້ຽນບຽນ ທີ່ປະຕິບັດໜ້າທີ່ຢູ່ແຂວງຜົ້ງສາລີ ແລະແຂວງຫຼວງພະບາງ.

ທ່ານພັນເອກ ໂດ໊ງອກມິງ ສະເໜີໃຫ້ບັນດາສະມາຊິກກອງປະຕິບັດງານພິເສດສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ສົມທົບກັນໃນການປະຕິບັດໜ້າທີ່ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳທຸກປະເພດບົນເສັ້ນທາງຈະລາຈອນ, ພິເສດແມ່ນອາດຊະຍາກຳຢາເສບຕິດ; ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປະກອບສ່ວນຮັກສາສະຖຽນລະພາບ ແລະການພັດທະນາຂອງແຕ່ລະແຂວງ.

ໂດຍ: ທະນາພອນ