ໂດຍໃຫ້ການຕ້ອນຮັບທ່ານພົນເອກ ເລືອງຕາມກວາງ ແລະຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ, ທ່ານ ວິໄລ ຫຼ້າຄຳຟອງ ໄດ້ຕີລາຄາ ສູງໝາກຜົນການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ, ປາດຖະໜາຢາກສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດຕ້ານອາດຊະຍາກຳທຸກປະເພດ, ພິເສດແມ່ນອາດຊະຍາກຳຢາເສບຕິດ ແລະອາດຊະຍາກຳນໍາໃຊ້ເຕັກໂນໂລຢີສູງ; ການຮ່ວມມືໃນບໍາລຸງສ້າງຍົກສູງກໍາລັງຄວາມສາມາດຂອງຖັັນແຖວພະນັກງານ.

leftcenterrightdel
ທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ (ເບື້ອງຂວາ) ຕ້ອນຮັບທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານ ໄດ້ຢືນຢັນຈະສືບຕໍ່ຜັນຂະຫຍາຍປະຕິບັດ “ແຜນການຮ່ວມມື 2025” ທີ່ສອງກະຊວງໄດ້ເຫັນດີເປັນເອກະພາບ; ສົມທົບກັນຢ່າງແໜ້ນແຟ້ນພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ເຫດການການເມືອງທີ່ສຳຄັນຂອງແຕ່ລະປະເທດ, ພິເສດແມ່ນໃນໄລຍະກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ພັກກອມມູນິດຫວຽດນາມ ຄັ້ງທີ XIV ແລະກອງປະຊຸມໃຫຍ່ພັກປະຊາຊົນປະຕິວັດລາວ ຄັ້ງທີ XII. ເດັດດ່ຽວສະກັດກັ້ນ ແລະເຮັດໃຫ້ທຸກກົນອຸບາຍ ແລະເຄື່ອນໄຫວມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ ແລະປະຕິກິລິຍາຖືກປະລາໄຊ.

ເພີ່ມທະວີການຮ່ວມມືສະກັດກັ້ນ, ຕ້ານອາດຊະຍາກຳຢາເສບຕິດ, ອາດຊະຍາກຳເຕັກໂນໂລຊີສູງ, ການເຂົ້າ-ອອກເມືອງຜິດກົດໝາຍ; ຍູ້ແຮງການທຳລາຍວົງການອາດຊະຍາກຳທີ່ມີການຈັດຕັ້ງ; ປະຕິບັດການເຄື່ອນໄຫວຈຸດສູງໃນການປາບປາມອາດຊະຍາກຳຢູ່ລຽບຕາມເສັ້ນຊາຍ ແດນ ຫວຽດນາມ-ລາວ ແນໃສ່ປະກອບສ່ວນຮັບປະກັນຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ. ເພີ່ມທະວີການຮ່ວມມືໃນການບໍາລຸງສ້າງຍົກສູງກຳລັງຄວາມສາມາດຂອງພະນັກງານ, ພິເສດແມ່ນພະນັກງານຂັ້ນຮາກຖານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ສູ້, ສະກັດກັ້ນ, ຕ້ານອາດຊະຍາກຳໃນສະພາບການໃໝ່.

ໃນຕອນເຊົ້າວັນດຽວກັນ, ທ່ານລັດຖະມົນຕີ ເລືອງຕາມກວາງ ໄດ້ເຂົ້າຮ່ວມການພົບປະອະດີດນັກຮຽນໂຮງຮຽນ T12-75 ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ຢູ່ນະຄອນຫຼວງວຽງຈັນ.

ຢູ່ທີ່ນີ້, ທ່ານລັດຖະມົນຕີ ເລືອງຕາມກວາງ ປາດຖະໜາວ່າ ບັນດາອະດີດນັກຮຽນໂຮງຮຽນ T12-75 ພ້ອມກັບບັນດາສະຫາຍຫວຽດນາມ ໃນ “ສະມາຄົມມິດຕະພາບຫວຽດນາມ-ລາວ ໃນຕໍາຫຼວດປະຊາຊົນ” ສຶກສາອົບຮົມລຸ້ນໜຸ່ມຂອງສອງປະເທດຍົກສູງຄວາມຮັບຮູ້, ເສີມຂະຫຍາຍມູນເຊື້ອ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ ເປັນປະຈຳ.

leftcenterrightdel
ທ່ານພົນເອກ ເລືອງຕາມກວາງ  ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບອະດີດນັກຮຽນໂຮງຮຽນ T12-75 ຢູ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ທີ່ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ ກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອການພົວພັນສະໜິດສະໜົມລະຫວ່າງສອງກະຊວງ, ບັນດາອະດີດນັກຮຽນໂຮງຮຽນ T12-75 ບໍ່ວ່າຈະດຳລົງຕຳແໜ່ງ, ເຮັດວຽກ ຫຼືກິນເບັ້ຍບໍານານແລ້ວກໍ່ຕາມ ກໍ່ຈະສືບຕໍ່ພ້ອມກັບກຳລັງຕໍາຫຼວດ ຫວຽດນາມ-ລາວ ຄຽງບ່າຄຽງໄຫຼ່ໃນທຸກສະພາບການ.

ໂດຍ: ທະນາພອນ