ທ່ານພັນເອກ ມາຍດັງແຢງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການ ກອງບັນຊາການທະຫານເຮືອເຂດ 5 ແລະພົນຕີ May Dina ຜູ້ບັນຊາການເຂດທີ່ໝັ້ນທະເລ Ream ເປັນປະທານຮ່ວມກອງປະຊຸມ.

ທີ່ກອງປະຊຸມ, ສອງຝ່າຍຕີລາຄາ: ການລາດຕະເວນຮ່ວມ ຄັ້ງທີ 77, 78 ໄດ້ຈັດຕັ້ງເມື່ອເດືອນທັນວາ 2024 ແລະເດືອນມີນາ 2025 ຢູ່ເຂດທະເລປະຫວັດສາດຫວຽດນາມ-ກໍາປູເຈຍ, ທະຫານເຮືອສອງປະເທດ ໄດ້ສົມທົບກັນປະຕິບັດບັນດາເນື້ອໃນຢ່າງມີປະສິດທິຜົນ: ຝຶກແອບທຸງມື, ແສງໂຄມ, ສັນຍານໝາກຫວີດຕາມກົດໝາຍວ່າດ້ວຍສັນຍານສາກົນ; ຝຶກແອບການຊອກຫາກູ້ໄຟ-ກູ້ຊີບ ແລະນໍາໃຊ້ກົດແຫ່ງການປະພຶດຕໍ່ການພົບປະໂດຍບັງເອີນຢູ່ທະເລຂອງທະຫານເຮືອບັນດາປະເທດທິດຕາເວັນຕົກປາຊີຟິກ (CUES).

leftcenterrightdel
ທ່ານພັນເອກ ມາຍດັງແຢງ ແລະພົນຕີ May Dina ແລກປ່ຽນບົດບັນທຶກຊ່ວຍຈໍາກ່ຽວກັບວຽກງານສົມທົບກັນໃນໄລຍະຈະມາເຖິງ. ພາບ: ວັນດິ້ງ

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາຊ່ອງຕິດຕໍ່ສື່ສານຢ່າງມີປະສິດທິຜົນ, ພິເສດແມ່ນສາຍໂທດ່ວນ, ເພື່ອແນໃສ່ສົມທົບກັນແກ້ໄຂຢ່າງທັນການ, ກົມກຽວກັນບັນດາເຫດການທີ່ເກີດຂຶ້ນຢູ່ທະເລ, ບົນຈິດໃຈຮ່ວມມື, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະກົດໝາຍສາກົນ; ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສະຕິພາບ, ສະຖຽນລະພາບ, ເຮັດໃຫ້ການພົວພັນສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງທະຫານເຮືອສອງປະເທດເລິກເຊິ່ງຂຶ້ນຕື່ມ.

ທີ່ກອງປະຊຸມ, ໂດຍໄດ້ຮັບມອບສິດຈາກກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ, ທ່ານພັນເອກ ມາຍດັງແຢງ ໄດ້ມອບວັດຖຸອຸປະກອນການແພດ ແລະຢຸກຢາໃຫ້ແກ່ສຸກສາລາມິດຕະພາບຫວຽດນາມ-ກໍາປູເຈຍ.

ໃນຂອບເຂດການເຮັດວຽກ, ຄະນະປະຕິບັດງານກອງບັນຊາການທະຫານເຮືອເຂດ 5 ໄດ້ຖະຫວາຍທູບທຽນຢູ່ອະນຸສາວະລີມິດຕະພາບ ຫວຽດນາມ-ກໍາປູເຈຍ; ຕອບບຸນແທນຄຸນ, ອາໄລຫາປະຊາຊົນ “ປະເທດວັດທາດ” ແລະທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນການຕໍ່ສູ້ໂຄ່ນລົ້ມລະບອບ Pol Pot, ຊ່ວຍປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ.

ໂດຍ: ໄຊນີດາ