ວັນທີ 27 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໄດ້ກ່າວເຕືອນວ່າ ຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້ໂດຍໄວ ແລະໃນອາທິດນີ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະພິຈາລະນາວ່າ ຈະສືບຕໍ່ສວມບົດບາດເປັນກາງໄກເກ່ຍຕື່ມອີກ ຫຼືບໍ່.

ກ່າວຄຳເຫັນຜ່ານຊ່ອງໂທລະພາບ NBC, ທ່ານ Marco Rubio ຊີ້ແຈ້ງວ່າ ປະເທດນີ້ບໍ່ສາມາດສະຫງວນເວລາ ແລະແຫຼ່ງກຳລັງໃຫ້ແກ່ຄວາມມານະພະຍາຍາມເປັນກາງໄກເກ່ຍຕື່ມອີກຖ້າບໍ່ບັນລຸໝາກຜົນ. ທ່ານເນັ້ນໜັກວ່າ ອາທິດນີ້ຈະແມ່ນອາທິດສຳຄັນ. ທ່ານກໍ່ໃຫ້ຮູ້ວ່າ ອາເມລິກາ ໄດ້ໂຈະການຈັດວາງຄຳສັ່ງລົງໂທດຕໍ່ ລັດເຊຍ ເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາຄວາມມານະພະຍາຍາມດ້ານການທູດ, ແຕ່ກໍ່ກ່າວເຕືອນວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ມີທາງເລືອກຫຼາຍຢ່າງເພື່ອຮັບມືກັບບໍ່ວ່າຝ່າຍໃດທີ່ຄັດຄ້ານຂໍ້ຕົກລົງສັນຕິພາບ.

ແຫຼ່ງຄັດຈາກ: vovworld.vn