ຮອງປະທານສະພາແຫ່ງຊາດ ລາວ ຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງດ້ຽນບຽນ
ກປ.ອອນໄລ - ວັນທີ 24 ເມສາ, ທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບແຂວງດ້ຽນບຽນ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
ຕ້ອນຮັບ ແລະເຮັດວຽກກັບຄະນະ, ຝ່າຍແຂວງດ້ຽນບຽນ ມີບັນດາສະຫາຍ: ເຈິ່ນກວກເກື່ອງ ເລຂາພັກແຂວງ; ມົ່ວອາເຊີນ ຮອງເລຂາຜູ້ປະຈໍາການພັກແຂວງ; ເລແທ່ງໂດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ.
    |
 |
ການນໍາແຂວງດ້ຽນບຽນ ແລກປ່ຽນທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ທ່ານ ເຈິ່ນກວກເກື່ອງ ເນັ້ນໜັກເຖິງການພົວພັນຮ່ວມມືອັນສະໜິດແໜ້ນລະຫວ່າງແຂວງດ້ຽນບຽນ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ໃນໄລຍະຜ່ານມາ. ໃນນັ້ນ, ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ໄດ້ຮັບການເພີ່ມທະວີ, ປັບປຸງຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ບົນພື້ນຖານບັນດາເນື້ອໃນທີ່ໄດ້ລົງນາມ, ແຂວງດ້ຽນບຽນ ແລະບັນດາແຂວງພາກເໜືອຂອງລາວ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຫຼາຍຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີ ແລະປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີແບບພິເສດຫວຽດນາມ - ລາວ.
    |
 |
ທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະປະຕິບັດງານ ທີ່ການເຮັດວຽກ. ພາບ: qdnd.vn |
ທ່ານພົນໂທ ສຸວອນ ເລືອງບຸນມີ ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມແຂວງດ້ຽນບຽນ; ພ້ອມທັງຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ເຈິ່ນກວກເກື່ອງ ເລຂາພັກແຂວງ ແລະບັນດາສະຫາຍການນຳແຂວງ. ທ່ານຮອງປະທານສະພາແຫ່ງຊາດ ລາວ ເນັ້ນໜັກວ່າ ໃນການຢ້ຽມຢາມຄັ້ງນີ້, ຄະນະ ໄດ້ຈັດຕັ້ງຜັນຂະຫຍາຍບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງບັນດາກໍາມາທິການສະພາແຫ່ງຊາດຂອງສອງປະເທດ. ພ້ອມກັນນັ້ນ ໄດ້ຮຽນຮູ້ປະສົບການໃນການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນແຂວງ, ເປັນຕົ້ນແມ່ນບັນຫາການຄຸ້ມຄອງສາສະໜາ, ນະໂຍບາຍລຶບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ ແລະອື່ນໆ. ທ່ານຮອງປະທານສະພາແຫ່ງຊາດລາວ ຫວັງວ່າ ຜ່ານການເດີນທາງມາເຮັດວຽກຄັ້ງນີ້ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນເພື່ອໃຫ້ບັນດາການເຄື່ອນໄຫວຮ່ວມມືນັບມື້ນັບແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນຫຼາຍກວ່າອີກໃຫ້ແກ່ພາລະກິດສ້າງສາ ແລະພັດທະນາລວມຂອງສອງຝ່າຍ.
    |
 |
ທ່ານ ເຈິ່ນກວກເກື່ອງ ເລຂາພັກແຂວງດ້ຽນບຽນ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນໂທ ສຸວອນ ເລືອງບຸນມີ ແລະຄະນະ. ພາບ: qdnd.vn |
    |
 |
ການນໍາແຂວງດ້ຽນບຽນ ຖ່າຍຮູບເປັນທີ່ລະນຶກກັບຄະນະ. ພາບ: qdnd.vn |
ທີ່ການເຮັດວຽກ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຍົກອອກບັນດາໝາກຜົນອັນພົ້ນເດັ່ນໃນການປະສານສົມທົບ ແລະຮ່ວມມືກັບດ້ຽນບຽນ; ສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຂອງສະພາປະຊາຊົນ; ປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດໃນການຈັດຕັ້ງ ແລະເຄື່ອນໄຫວ ໃນໄລຍະຈະມາເຖິງ.
ໂດຍ: ກວຽດເຕິມ