ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ ອວຍພອນບຸນປີໃໝ່ປະຈຳຊາດລາວ
ກປ.ອອນໄລ - ວັນທີ 16 ເມສາ, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ ໄດ້ນຳໜ້າຄະນະປະຕິບັດງານສະຖານທູດ ແລະອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ລັດເຊຍ ມາອວຍພອນ ແລະແບ່ງປັນຄວາມເບີກບານມ່ວນຊື່ນກັບພະນັກງານ, ພາລະກອນສະຖານທູດລາວ ປະຈຳ ລັດເຊຍ.
ໃນບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ຕາງໜ້າສະຖານທູດ ແລະອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ລັດເຊຍ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ກ່າວຄຳພອນໄຊອັນປະເສີດມາຍັງທ່ານເອກອັກຄະລັດຖະທູດລາວ ສີພັນດອນ ອ້ອຍບົວບຸດດີ ແລະພັນລະຍາ, ພ້ອມດ້ວຍບັນດາພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ລັດເຊຍ ແລະຄອບຄົວໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນລາວ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະຖານທູດສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນແບບພິເສດ ຫວຽດນາມ-ລາວ ນັບມື້ນັບພັດທະນາ.
    |
 |
ຜູ້ຕາງໜ້າສອງສະຖານທູດຫວຽດນາມ ແລະລາວ ປະຈໍາ ລັດເຊຍ ຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານເອກອັກຄະລັດຖະທູດລາວ ສີພັນດອນ ອ້ອຍບົວບຸດດີ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄໍາພອນໄຊອັນປະເສີດ ແລະອາລົມຈິດຂອງສະຖານທູດຫວຽດນາມ ປະຈໍາ ລັດເຊຍ ສໍາລັບປະເທດ ແລະປະຊາຊົນລາວ ກໍ່ຄືພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ລັດເຊຍ. ທ່ານເອກອັກຄະລັດຖະທູດລາວ ສີພັນດອນ ອ້ອຍບົວບຸດດີ ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະຮ່ວມມືຢ່າງມີປະສິດທິຜົນກວ່າ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອມິດຕະພາບ, ພິເສດລະຫວ່າງສອງປະເທດ.
ເອກອັກຄະລັດຖະທູດສອງທ່ານ ກໍ່ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະມີບັນດາການເຄື່ອນໄຫວສົມທົບ, ພົບປະແລກປ່ຽນຫຼາຍຢ່າງກວ່າອີກ, ແນໃສ່ຮັດແໜ້ນອາລົມຈິດລະຫວ່າງພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະລາວ ປະຈໍາ ລັດເຊຍ.
ໃນບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນ ແລະສາມັກຄີ, ເອກອັກຄະລັດຖະທູດສອງທ່ານ ແລະພັນລະຍາ ພ້ອມດ້ວຍພະນັກງານ, ພາລະກອນສອງຝ່າຍໄດ້ດຳເນີນພິທີຫົດນ້ຳ, ບາສີສູ່ຂວັນ, ພົບປະແລກປ່ຽນສິລະປະ ແລະອວຍພອນບຸນປີໃໝ່ປະຈຳຊາດລາວ, ອວຍພອນໃຫ້ສາຍພົວພັນແບບພິເສດ ຫວຽດນາມ-ລາວ ຍາມໃດກໍ່ໝັ້ນຄົງເຂັ້ມແຂງ, ອົບອຸ່ນ ແລະພັດທະນາໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ