leftcenterrightdel
ເກີດເຫດລະເບີດຢູ່ທ່າກຳປັ່ນຂອງ ອີຣານ. ພາບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 27 ເມສາ, ອຳນາດການປົກຄອງ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຈັດພິທີໄວ້ທຸກລະດັບຊາດໃນວັນທີ 28 ເມສາ ເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້, ລະເບີດຢູ່ທ່າກຳປັ່ນ Shahid Rajaee, ເຮັດໃຫ້ຢ່າງໜ້ອຍສຸດມີ 28 ຄົນເສຍຊີວິດ ແລະກວ່າ 1.200 ຄົນຮັບບາດເຈັບ. ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກໍ່ໄດ້ເດີນທາງໄປເຖິງສະຖານທີ່ເກີດເຫດວິນາດຕະກຳ.

ປະຈຸບັນ, ສາຍເຫດຂອງເຫດການດັ່ງກ່າວຍັງບໍ່ທັງໄດ້ຢັ້ງຢືນເທື່ອ. ຕາມທ່ານ Hossein Zafari, ໂຄສົກຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດ ອີຣານ ແລ້ວ, ບັນດາວັດຖຸເຄມີຢູ່ໃນຕູກອນແທນເນີທີ່ຕັ້ງຢູ່ທ່າກຳປັ່ນອາດຈະແມ່ນສາຍເຫດກໍ່ໃຫ້ເກີດເຫດລະເບີດ. ກ່ອນໜ້ານັ້ນ, ກອງທັບ ອີຣານ ໄດ້ປະຕິເສດຄວາມສົງໄສວ່າເຫດລະເບີດກ່ຽວຂ້ອງເຖິງວັດຖຸລະດັບອາວຸດຢູ່ທ່າກຳປັ່ນ.

ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເໜີໜູນຊ່ວຍ ອີຣານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດລະເບີດດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn