ເປີດນໍາໃຊ້ທ່າທຽບເຮືອ ເລກທີ 3, ທ່າເຮືອສາກົນ ລາວ-ຫວຽດ ຢູ່ ຮ່າຕິ້ງ
ກປ.ອອນໄລ - ວັນທີ 28 ເມສາ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ແລະບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ - ຫວຽດ ໄດ້ຈັດຕັ້ງພິທີເປີດນໍາໃຊ້, ຄຸ້ມຄອງ ແລະບໍລິຫານທ່າທຽບເຮືອເລກທີ 3, ທ່າເຮືອສາກົນ ລາວ - ຫວຽດ ຢູ່ເຂດເສດຖະກິດ ຫວຸ້ງອາງ, ເທດສະບານ ກີແອງ (ຮ່າຕິ້ງ). ທ່ານ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ເຂົ້າຮ່ວມພິທີເປີດນໍາໃຊ້.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ເຂົ້າຮ່ວມພິທີເປີດນໍາໃຊ້. ພາບ: qdnd.vn |
ເຫດການນີ້ບໍ່ພຽງແຕ່ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ຂອງບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການປະຕິບັດບັນດາຄຳໝັ້ນສັນຍາລະຫວ່າງລັດຖະບານສອງປະເທດ ຫວຽດນາມ ແລະລາວ ກ່ຽວກັບການຮ່ວມມືລົງທຶນພັດທະນາທ່າທຽບເຮືອ ເລກທີ 1, 2 ແລະ3, ທ່າເຮືອຫວຸ້ງອາງ ຢ່າງມີລວງເລິກ, ແທດຈິງ ແລະມີປະສິດທິຜົນ, ຊ່ວຍໃຫ້ ລາວ ມີທ່າເຮືອທະເລ, ເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ອໍານວຍຄວາມສະດວກໃນການສົ່ງອອກ, ນໍາເຂົ້າສິນຄ້າຜ່ານທາງທະເລ, ເສີມສ້າງການຮ່ວມສໍາພັນ, ຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ຫວຽດນາມ-ລາວ, ຜ່ານນັ້ນສະແດງໃຫ້ເຫັນຢ່າງຈະແຈ້ງຄວາມໄວ້ເນື້ອເຊື່ອໃຈເປັນພິເສດລະຫວ່າງບັນດາສະຫາຍອ້າຍນ້ອງ ຫວຽດນາມ-ລາວ.
    |
 |
ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີເປີດນໍາໃຊ້, ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ ການເປີດນໍາໃຊ້ທ່າທຽບເຮືອເລກທີ 3, ທ່າເຮືອສາກົນ ລາວ-ຫວຽດ ມີຄວາມໝາຍສຳຄັນພິເສດ, ເປັນຂີດໝາຍແຫ່ງບາດກ້າວໃໝ່ໃນການພົວພັນຮ່ວມມືລະຫວ່າງສອງພັກ ແລະລັດ, ເສີມສ້າງຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເປັນພິເສດ, ສຸດຈິດສຸດໃຈລະຫວ່າງບັນດາສະຫາຍອ້າຍນ້ອງຫວຽດນາມ-ລາວ, ລາວ-ຫວຽດນາມ. ດ້ວຍທີ່ຕັ້ງພູມສາດທີ່ສະດວກ, ຕັ້ງຢູ່ເສັ້ນທາງຄົມມະນາຄົມເໜືອ-ໃຕ້ ແລະແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ທ່າທຽບເຮືອ ເລກທີ 3 ຈະກາຍເປັນຂົວຕໍ່ສຳຄັນ, ຊຸກຍູ້ການຄ້າລະຫວ່າງສອງປະເທດອ້າຍນ້ອງ ແລະເຊື່ອມຕໍ່ກັບຕະຫຼາດສາກົນ. ໂຄງການນີ້ບໍ່ພຽງແຕ່ຢັ້ງຢືນຖານະທີ່ຕັ້ງຂອງເຂດເສດຖະກິດຫວຸ້ງອາງ ໃນເຄືອຂ່າຍ logistics ໃນພາກພື້ນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງນໍ້າໃຈມິດຕະພາບ ແລະການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງຫວຽດນາມ - ລາວ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍບັນດາຜູ້ແທນ ກົດປຸ່ມເປີດນໍາໃຊ້ທ່າທຽບເຮືອ ເລກທີ 3, ທ່າເຮືອສາກົນ ລາວ-ຫວຽດ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຄວາມສຳຄັນຂອງທ່າເຮືອ ຫວຸ້ງອາງ ເຊິ່ງແມ່ນສັນຍາລັກທີ່ມີລັກສະນະປະຫວັດສາດອັນສຳຄັນໃຫ້ແກ່ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໃນໄລຍະໃໝ່. ທ່ານ ສະເຫຼີມໄຊ ກົມມະສິດ ຢືນຢັນວ່າ ນີ້ແມ່ນຂອງຂວັນອັນລ້ຳຄ່າ ທີ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ; ພ້ອມກັນນັ້ນກໍເປັນການຢັ້ງຢືນອາລົມຈິດແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານສະເໝີຕົ້ນສະເໝີປາຍລະຫວ່າງສອງພັກ ແລະສອງລັດ.
    |
 |
ບັນດາຜູ້ແທນ ຢ້ຽມຊົມທ່າທຽບເຮືອ ເລກທີ 3. ພາບ: qdnd.vn |
ທ່ານ ສະເຫຼີມໄຊ ກົມມະສິດ ຫວັງວ່າໃນໄລຍະຈະມາເຖິງ, ລາວ ຈະສືບຕໍ່ໄດ້ຮັບການຖ່າຍທອດບົດຮຽນວຽກງານບໍລິຫານ ແລະຄຸ້ມຄອງທ່າເຮືອຈາກຝ່າຍຫວຽດນາມ; ຢືນຢັນວ່າ ລາວ ຈະຮ່ວມກັບຫວຽດນາມ ນຳໃຊ້ທ່າເຮືອຫວຸ້ງອາງ ຢ່າງມີປະສິດທິຜົນທີ່ສຸດ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນສອງປະເທດລາວ ແລະຫວຽດນາມ.
ເນື່ອງໃນໂອກາດນີ້, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍການນຳສອງປະເທດ ໄດ້ໄປທ່າທຽບເຮືອ ເລກທີ 3 ເພື່ອເປັນສັກຂີພິຍານພິທີຕ້ອນຮັບກຳປັ່ນເປີດນຳໃຊ້.
ໂດຍ: ໄຊຊະນະ