ນີ້ແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນໂຮ່ຈີມິນ ສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານກົງສູນລາວ ແລະສະຖານກົງສູນກຳປູເຈຍ ພ້ອມກັບການນຳບັນດາພະແນກ, ຄະນະ, ຂະແໜງການນະຄອນ ໂຮ່ຈີມິນ ແລະນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ.
ນັກສຶກສາລາວ ແລະກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ ຍາມໃດກໍ່ອວ່າຍໜ້າເມືອກົກເຄົ້າເງົ້າກໍ, ອະນຸລັກຮັກສາ ແລະເສີມຂະຫຍາຍຄວາມງາມດ້ານວັດທະນະທຳ ຜ່ານບັນດາການເຄື່ອນໄຫວຄື: ພິທີບາສີສຸຂວັນ, ຫົດນ້ຳ, ຟ້ອນລຳວົງ,...
    |
 |
ພິທີການໃນບຸນປີໃໝ່ລາວ ແລະບຸນ Chol Chnam Thmay ກໍາປູເຈຍ. ພາບ: baotintuc.vn |
ບັນດາໂຄງການໂດຍພະແນກ, ຄະນະ, ຂະແໜງການນະຄອນ ຈັດຕັ້ງໄດ້ສ້າງບັນຍາກາດທີ່ອົບອຸ່ນ, ຊ່ວຍໃຫ້ນັກສຶກສາຕ່າງປະເທດຜ່ອນຄາຍຄວາມຄິດຮອດບ້ານ ແລະຮູ້ສຶກໄດ້ຄວາມເອົາໃຈໃສ່ ແລະແບ່ງປັນຈາກເພື່ອນມິດສາກົນ.
ທ່ານ ຟ້າມເລມິງແຄງ, ຜູ້ອຳນວຍການຫໍພັກນັກສຶກສາລາວ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ: “ລາຍການແມ່ນການເຄື່ອນໄຫວທີ່ແທດຈິງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳນະຄອນທີ່ມີຕໍ່ນັກສຶກສາລາວ ແລະກຳປູເຈຍ. ນີ້ແມ່ນໂອກາດເພື່ອເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ຮັດແໜ້ນຄວາມສາມັກຄີລະຫວ່າງຊາວໜຸ່ມຫວຽດນາມ, ລາວ ແລະກຳປູເຈຍ.”
    |
 |
ນັກສຶກສາລາວ ແລະກຳປູເຈຍ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພາບ: baotintuc.vn |
ນັກສຶກສາ ທອນລາວິນ ລາດທະດາວອນ, ພວມຮໍ່າຮຽນຢູ່ມະຫາວິທະຍາໄລການແພດ ຟ້າມງອກທາກ ໃຫ້ຮູ້ວ່າ: “ນ້ອງຮູ້ສຶກຮູ້ສຶກສະເມືອນໃຈ, ອົບອຸ່ນ ແລະຮູ້ບຸນຄຸນທີ່ໄດ້ເຂົ້າຮ່ວມບຸນປີໃໝ່ໂດຍຫໍພັກຈັດຕັ້ງ, ເຖິງວ່າຈະຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ບັນດາກິດຈະກຳຕ່າງໆເຊັ່ນ: ຫົດນ້ຳ ແລະນຸ່ງຊຸດອາພອນພື້ນເມືອງລາວ ເຮັດໃຫ້ນ້ອງຮູ້ສຶກວ່າ ໄດ້ກັບບ້ານດ້ວຍບັນຍາກາດທີ່ອົບອຸ່ນ ແລະມີຄວາມໝາຍ”.
ນ້ອງ Long Viniya, ນັກສຶກສາກຳປູເຈຍ ທີ່ເຂົ້າຮ່ວມບຸນ Chol Chnam Thmay ຄັ້ງທຳອິດ, ໃຫ້ຮູ້ວ່າ: “ນ້ອງຮູ້ສຶກມ່ວນຊື່ນ ແລະພາກພູມໃຈທີ່ໄດ້ມາຮ່ວມງານບຸນຂອງຊາດຕົນຢູ່ນະຄອນໂຮ່ຈີມິນ. ບັນດາການເຄື່ອນໄຫວສ້າງບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນ ແລະຊ່ວຍໃຫ້ພວກນ້ອງເຂົ້າໃຈກ່ຽວກັບວັດທະນະທຳບ້ານເກີດເມືອງນອນໃຫ້ຈະແຈ້ງຕື່ມອີກ.”
ບຸນປີໃໝ່ ແລະບຸນ Chol Chnam Thmay ບໍ່ພຽງແຕ່ແມ່ນວັນບຸນເທົ່ານັ້ນ ຫາກຍັງແມ່ນຂົວວັດທະນະທຳທີ່ມີຄວາມໝາຍຢູ່ປະຊາຄົມນັກສຶກສາຂອງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ.
ໂດຍ: ທະນາພອນ