ການນຳແຂວງລາວກາຍ ຕ້ອນຮັບຄະນະເລຂາທິການສະພາແຫ່ງຊາດລາວ
ກປ.ອອນໄລ - ຕອນບ່າຍວັນທີ 25 ເມສາ, ຢູ່ເທດສະບານຊາປາ, ການນຳແຂວງລາວກາຍ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຄະນະເລຂາທິການສະພາແຫ່ງຊາດລາວ ນຳໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດລາວ.
ທີ່ການຕ້ອນຮັບ, ທ່ານ ຫວູວັນກາຍ, ກໍາມະການຄະນະປະຈໍາພັກແຂວງ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງລາວກາຍ ເນັ້ນໜັກວ່າ ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະລາວ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ກາຍເປັນສາຍພົວພັນແບບຢ່າງ, ສັດຊື່ບໍລິສຸດ ແລະສະໜິດຕິດພັນ. ປະຈຸບັນ, ທ່ານ ເລືອງເກື່ອງ ປະທານປະເທດ ພວມມີການຢ້ຽມຢາມທາງລັດຖະກິດ ສປປ ລາວ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: baolaocai.vn |
ກ່ຽວກັບການຮ່ວມມືກັບບັນດາແຂວງຂອງລາວ, ກອງບັນຊາການທະຫານແຂວງລາວກາຍ ແລະກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສ້າງຕັ້ງການພົວພັນແຮກສ່ຽວ ແລະມີການເຄື່ອນໄຫວສົມທົບກັນຫຼາຍຢ່າງ. ແຂວງລາວກາຍ ຍາມໃດກໍ່ເອົາໃຈໃສ່, ຊີ້ນຳການຈັດຕັ້ງປະຕິບັດໂຄງການໜູນຊ່ວຍວຽກງານບໍາລຸງສ້າງໃຫ້ນັກສຶກສາທີ່ມາຈາກແຂວງບໍ່ແກ້ວ ທີ່ພວມຮຽນຢູ່ແຂວງລາວກາຍ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ສິງຄໍາ ວົງພະຈັນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານແຫ່ງການພັດທະນາຂອງຫວຽດນາມ ໃນຊຸມປີຜ່ານມາ. ສໍາລັບແຂວງລາວກາຍ, ທ່ານ ສິງຄໍາ ວົງພະຈັນ ແລະຄະນະປະຕິບັດງານໄດ້ຄວາມປະທັບໃຈຕໍ່ໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ເປັນຕົ້ນແມ່ນການພັດທະນາການທ່ອງທ່ຽວ. ການຢ້ຽມຢາມຄັ້ງນີ້ຂອງຄະນະປະຕິບັດງານໄດ້ປະກອບສ່ວນປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເວົ້າລວມ, ແຂວງລາວກາຍ ແລະບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ.
ໂດຍ: ຈາງຫງວຽນ