    |
 |
ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີຈາກການທູດປ້ອງກັນຊາຍແດນ, ທະຫານຊາຍແດນແຂວງໄດ້ກວດ, ປິນປົ່ວພະຍາດ, ແຈກຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນບ້ານເກີນ ສັງກັດກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ, ລາວ. ພາບ: ຮວ່າງລານ |
ເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ຮ່ວມແຮງຮ່ວມໃຈປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາ, ພະນັກງານ, ທະຫານຊາຍແດນແຂວງແທງຮວ໊າ ໄດ້ເປັນເຈົ້າການພົບປະ, ແລກປ່ຽນກ່ຽວກັບສະພາບການ, ຮັກສາລະບອບມອບ-ຮັບວຽກງານຢ່າງເຂັ້ມງວດ, ການລາດຕະເວນສອງຝ່າຍກັບກໍາລັງປົກປັກຮັກສາຊາຍແດນແຂວງຫົວພັນ ເປັນປະຈໍາໄລຍະ; ສ້າງອາລົມຈິດທີ່ສະໜິດຕິດພັນກໍ່ຄືສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງໃນວິວັດການສົມທົບກັນປະຕິບັດໜ້າທີ່.
ໃນປີ 2024, ທະຫານຊາຍແດນແຂວງແທງຮວ໊າ ໄດ້ຮຽບຮຽງ, ຈຳໜ່າຍຂ່າວ ແລະບົດໂຄສະນາຫຼາຍພັນສະບັບໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ຜ່ານນັ້ນ, ໄດ້ຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດຂອງພັກ ແລະລັດ, ພິເສດແມ່ນບັນຫາກ່ຽວກັບສາສະໜາ, ຊົນຊາດ ແລະສິດທິມະນຸດ, ລະບຽບການຄຸ້ມຄອງຊາຍແດນທາງບົກລະຫວ່າງສອງປະເທດຫວຽດນາມ-ລາວ.
ກອງບັນຊາການທະຫານຊາຍແດນແຂວງໄດ້ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການທູດປ້ອງກັນຊາຍແດນກັບການທູດປະຊາຊົນ, ເພື່ຶອເສີມຂະຫຍາຍກໍາລັງແຮງສັງລວມກ່ຽວກັບການປົກປັກຮັກສາອະທິປະໄຕຊາຍແດນໄວ້ໃຫ້ໝັ້ນຄົງເຂັ້ມແຂງ. ຕາມນັ້ນແລ້ວ, ທະຫານຊາຍແດນແຂວງໄດ້ເປັນເຈົ້າການເສນາທິການໃຫ້ອໍານາດການປົກຄອງບັນດາເມືອງ, ຕາແສງຊາຍແດນຫຼາຍແຜນນະໂຍບາຍ, ມາດຕະການ, ລາຍການ, ໂຄງການເພື່ອແນໃສ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຍ້ອນສິ່ງດັ່ງກ່າວນັ້ນ, ຫຼາຍຮູບການ, ໂຄງການພັດທະນາເສດຖະກິດ, ໄດ້ຊ່ວຍໃຫ້ປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ບັນດາທ້ອງຖິ່ນຊາຍແດນໄດ້ຜັນຂະຫຍາຍປະຕິບັດການດຳລົງຊີວິດໄດ້ເປັນປົກກະຕິ, ມີປະສິດທິຜົນຢ່າງແທດຈິງ.
ເພື່ອຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງກໍາລັງປົກປັກຮັກສາຊາຍແດນ ແລະປະຊາຊົນເຂດທີ່ຢູ່ຕິດກັບຊາຍແດນ, ທະຫານຊາຍແດນແຂວງໄດ້ເປັນເສນາທິການໃຫ້ອໍານາດການປົກຄອງທ້ອງຖິ່ນທີ່ຢູ່ສອງຟັ່ງຊາຍແດນທຸກຂັ້ນຈັດຕັ້ງການແຮກສ່ຽວ 17 ຄູ່ບ້ານທີ່ຢູ່ເຊິ່ງໜ້າກັນ; ແຮກສ່ຽວກັບ 3 ກອງຮ້ອຍທະຫານຊາຍແດນຂອງແຂວງຫົວພັນ. ພະນັກງານ, ນັກຮົບບັນດາຄ້າຍທະຫານຊາຍແດນກໍ່ໄດ້ຕັ້ງໜ້າສົມທົບກັບບັນດາກໍາລັງປົກປັກຮັກສາຊາຍແດນປະເທດເພື່ອນລາວ ເຂົ້າຮ່ວມປັບປຸງຮາກຖານການເມືອງຢູ່ບັນດາກຸ່ມບ້ານ; ເສີມຂະຫຍາຍບົດບາດເສນາຮັກບັນດາຄ້າຍ, ປ້ອມ ແລະສຸກສາລາທ້ອງຖິ່ນກວດ, ປິ່ນປົວພະຍາດ, ແຈກຢາຍຢາໃຫ້ພະນັກງານ, ປະຊາຊົນທີ່ຢູ່ເຂດຊາຍແດນ; ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ຫ້ອງຮຽນ, ຫໍວັດທະນະທໍາໃຫ້ປະຊາຊົນ ແລະບັນດາບ້ານຂອງລາວ. ບັນດາຄ້າຍທະຫານຊາຍແດນກໍ່ໄດ້ຮັບຊ່ວຍເຫຼືອນ້ອງນັກຮຽນລາວ ທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ໄດ້ໄປໂຮງຮຽນ.
    |
 |
ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີຈາກວຽກງານການທູດປ້ອງກັນຊາຍແດນ, ຄ້າຍທະຫານຊາຍແດນ ປູ່ຍີ ໄດ້ສົມທົບກັນລາດຕະເວນສອງຝ່າຍກັບກອງຮ້ອຍທະຫານຊາຍແດນ 215 (ລາວ) ຕອນຊາຍແດນຫຼັກໝາຍທີ 306-307. ພາບ: ຮວ່າງລານ |
ໃນປີ 2024, ກອງບັນຊາການທະຫານຊາຍແດນແຂວງໄດ້ພົບປະເຈລະຈາກັບກອງບັນຊາການທະຫານ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຫົວພັນ ໄດ້ 6 ເທື່ອ. ບັນດາຄ້າຍທະຫານຊາຍແດນທີ່ຢູ່ຕາມເສັ້ນຊາຍແດນຫວຽດນາມ-ລາວ ໄດ້ດໍາເນີນການພົບປະເຈລະຈາຢູ່ຊາຍແດນກັບກໍາລັງປົກປັກຮັກສາຊາຍແດນຝ່າຍເພື່ອນໄດ້ 32 ເທື່ອ; ສົມທົບກັນລາດຕະເວນສອງຝ່າຍໄດ້ 56 ເທື່ອ/1.467 ເທື່ອຄົນເຂົ້າຮ່ວມ; ສົມທົບກັບກໍາລັງປົກປັກຮັກສາຊາຍແດນຂອງເພື່ອນຈັດຕັ້ງການໂຄສະນາເຜີຍແຜ່ສັນຍາກ່ຽວກັບລະບຽບຊາຍແດນ, ຕໍ່ສູ້, ສະກັດກັ້ນການກະທຳລະເມີດກົດລະບຽບຊາຍແດນຢ່າງມີປະສິດທິຜົນ, ແກ້ໄຂບັນດາຄະດີທີ່ກ່ຽວຂ້ອງເຖິງສອງຟັ່ງຊາຍແດນຮັບປະກັນຖືກຕ້ອງຕາມກົດໝາຍ ແລະທຳນຽມສາກົນຢ່າງເດັດຂາດ.
ທ່ານພັນເອກພິເສດ ຮວ່າງວັນຮຸ່ງ ຫົວໜ້າການເມືອງທະຫານຊາຍແດນແຂວງແທງຮວ໊າ ໃຫ້ຮູ້ວ່າ: “ໃນໄລຍະຈະມາເຖິງ, ເພື່ອຈັດຕັ້ງປະຕິບັດວຽກງານການພົວພັນຕ່າງປະເທດຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ກອງບັນຊາການທະຫານຊາຍແດນແຂວງ ຈະສືບຕໍ່ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການ, ອໍານາດການປົກຄອງທ້ອງຖິ່ນຍູ້ແຮງວຽກງານຖະແຫຼງຂ່າວການພົວພັນຕ່າງປະເທດ. ຍົກສູງກຳລັງຄວາມສາມາດໃນການນໍາພາ, ກໍາລັງສູ້ຮົບຂອງບັນດາອົງການຈັດຕັ້ງພັກຮາກຖານ, ເສີມຂະຫຍາຍບົດບາດຂອງຖັນແຖວພະນັກງານ, ສະມາຊິກພັກໃນວຽກງານຖະແຫຼງຂ່າວການພົວພັນຕ່າງປະເທດໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ເພີ່ມທະວີວຽກງານແລກປ່ຽນສະພາບການລະຫວ່າງກໍາລັງປົກປັກຮັກສາຊາຍແດນສອງແຂວງແທງຮວ໊າ-ຫົວພັນ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນໃນວຽກງານໂຄສະນານະໂຍບາຍຂອງສອງລັດກໍ່ຄືວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ຜ່ານນັ້ນ, ຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂົ້າໃຈເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບຂອງຕົນໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດກວ່າອີກ”.
ດ້ວຍທິດນໍາທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ສະຖຽນລະພາບອັນຍາວນານ”, ການເຄື່ອນໄຫວການທູດປ້ອງກັນຊາຍແດນຂອງກໍາລັງທະຫານຊາຍແດນແຂວງແທງຮວ໊າ ໄດ້ ແລະພວມປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາຖືກຕາມທັດສະນະ, ແນວທາງການທູດຂອງພັກ; ປົກປັກຮັກສາການດຳລົງຊີວິດທີ່ສະຫງົບສຸກຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ຢູ່ເຂດຕິດກັບຊາຍແດນຢ່າງແທດຈິງ.
ໂດຍ: ໄຊນີດາ