ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະຈີນ ຢ້ຽມຢາມໂຮງຮຽນປະຖົມສຶກສາ ດົ່ງດັງ
    
    
    
        
            
ກປ.ອອນໄລ - ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9, ຕອນເຊົ້າວັນທີ 17 ເມສາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມສຶກສາ ດ່ົງດັງ ທີ່ເມືອງກາວໂລກ, ແຂວງລ້າງເຊີນ ແລະເຂົ້າຮ່ວມພິທີເປີດນໍ້າໃຊ້ອາຄານອະເນກປະສົງໂດຍກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້ໂຮງຮຽນ.
        
        
        
            
	ໃນຄວາມເປັນກຽດ ແລະເອກອ້າງທະນົງໃຈ, ບັນດາຄູອາຈານ ແລະນັກຮຽນໂຮງຮຽນປະຖົມສຶກສາ ດ່ົງດັງ ຍິນດີຕ້ອນຮັບສອງລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ ໄດ້ມາຢ້ຽມຢາມ. ສອງລັດຖະມົນຕີ ພ້ອມດ້ວຍຄະນະເຂົ້າເດີ່ນໂຮງຮຽນ, ພ້ອມກັນເບິ່ງຊົມລາຍການສະແດງສິລະປະໂດຍນັກຮຽນໂຮງຮຽນປະຖົມສຶກສາ ດົ່ງດັງ ແລະໂຮງຮຽນປະຖົມເລກ 4, ນະຄອນ pingxiang, ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ (ຈີນ).
	
		
			|     | 
		
			|  | 
		
			| ພວກນ້ອງນັກຮຽນ ໄດ້ມັດຜ້າແດງ, ມອບຊໍ່ດອກໄມ້ໃຫ້ສອງລັດຖະມົນຕີ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ໂຮງຮຽນປະຖົມສຶກສາດົ່ງດັງ ຍິນດີຕ້ອນຮັບລັດຖະມົນຕີ ຟານວັນຢາງ ແລະລັດຖະມົນຕີ Dong Jun ມາຢ້ຽມຢາມ. ພາບ: qdnd.vn | 
	
	ຕາງໜ້າໂຮງຮຽນ, ທ່ານນາງ ຮວ່າງທູຮັ່ງ ອໍານວຍການໂຮງຮຽນປະຖົມສຶກສາ ດົ່ງດັງ ຂອບໃຈການເອົາໃຈໃສ່ເປັນພິເສດຂອງສອງລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດສອງປະເທດ; ທ່ານນາງ ຍັງຢືນຢັນວ່າ ຈະສືບຕໍ່ແຂ່ງກັນ “ສອນດີ, ຮຽນເກັ່ງ”, ພ້ອມກັນເພີ່ມພູນຄູນສ້າງ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ຈີນ.
	
		
			|     | 
		
			|  | 
		
			| ທ່ານລັດຖະມົນຕີ ຟານວັນຢາງ ແລະລັດຖະມົນຕີ Dong Jun ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບໂຮງຮຽນ ແລະອາຄານອະເນກປະສົງໂດຍກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ຜູ້ແທນຫວຽດນາມ ແລະຈີນ. ພາບ: qdnd.vn | 
	
	ກ່າວຄໍາເຫັນຢ້ືຢາມຖາວຂ່າວ, ລະດົມກໍາລັງໃຈໃຫ້ຄູອາຈານ ແລະນັກຮຽນໂຮງຮຽນປະຖົມສຶກສາດົ່ງດັງ, ທ່ານ Liaopinhu ຮອງປະທານເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ (ຈີນ) ເນັ້ນໜັກວ່າ ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ແມ່ນການກະທໍາລະອຽດກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມສະຫງົບເພື່ອແນໃສ່ປະຕິບັດຄວາມຮັບຮູ້ລວມ ທີ່ການນໍາສອງປະເທດບັນລຸໄດ້. ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາຢ້ຽມຢາມໂຮງຮຽນປະຖົມສຶກສາ ດົ່ງດັງ, ທ່ານ Liaopinhu ປາດຖະໜາຢາກໃຫ້ນັກຮຽນຈີນ ແລະຫວຽດນາມ ຈະເພີ່ມທະວີການພົບປະແລກປ່ຽນຢື້ຢາມຖາມຂ່າວ, ຮໍ່າຮຽນບົດຮຽນ, ແລກປ່ຽນວັດທະນະທໍາເພື່ອໃຫ້ເດັກນ້ອຍກາຍເປັນ “ນັກການທູດນ້ອຍ” ໃນການພົວພັນມິດຕະພາບ ຫວຽດນາມ-ຈີນ.
	
		
			|     | 
		
			|  | 
		
			| ທ່ານ Liaopinhu ຮອງປະທານເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ (ຈີນ) ກ່າວຄໍາເຫັນທີ່ລາຍການ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ທ່ານນາງ ຮວ່າງທູຮັ່ງ ອໍານວຍການໂຮງຮຽນປະຖົມສຶກສາ ດົ່ງດັງ ກ່າວຄໍາເຫັນ. ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ພິທີຕັດແຖບຜ້າເປີດນໍາໃຊ້ອາຄານອະເນກປະສົງໂດຍກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້ໂຮງຮຽນປະຖົມສຶກສາ ດົ່ງດັງ. ພາບ: qdnd.vn | 
	
	ເນື່ອງໃນໂອກາດນີ້, ສອງລັດຖະມົນຕີ ພ້ອມກັບບັນດາຜູ້ແທນຕັດແຖບຜ້າເປີດນໍາໃຊ້ອາຄານອະເນກປະສົງໂດຍກະຊວງປ້ອງກັນປະເທດຫວຽດນາມ ກໍ່ສ້າງ ແລະມອບໃຫ້ໂຮງຮຽນປະຖົມສຶກສາ ດົ່ງດັງ. ສອງລັດຖະມົນຕີ ກໍ່ມອບຂອງຂວັນທີ່ມີຄວາມໝາຍໃຫ້ໂຮງຮຽນ. ຫຼັງຈາກນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ແລະບັນດາຜູ້ແທນຢ້ຽມຊົມອາຄານອະເນກປະສົງ.
	
		
			|     | 
		
			|  | 
		
			| ລັດຖະມົນຕີ ຟານວັນຢາງ ແລະລັດຖະມົນຕີ Dong Jun ພ້ອມດ້ວຍບັນດາຄູອາຈານ, ນັກຮຽນໂຮງຮຽນປະຖົມສຶກສາ ດົ່ງດັງ ແລະໂຮງຮຽນປະຖົມເລກ 4, ນະຄອນ pingxiang, ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ (ຈີນ). ພາບ: qdnd.vn | 
	
	
		
			|     | 
		
			|  | 
		
			| ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ແລະບັນດາຜູ້ແທນຢ້ຽມຊົມອາຄານອະເນກປະສົງ. ພາບ: qdnd.vn | 
	
	ໂດຍ: ໄຊນີດາ