    |
 |
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Dong Jun ເຂົ້າສະຖານທີ່ພົບປະສອງຝ່າຍ. ພາບ: qdnd.vn |
    |
 |
ປະຊາຊົນ ໂບກທຸງ ແລະດອກໄມ້ ເພື່ອຕ້ອນຮັບສອງລັດຖະມົນຕີ ແລະຄະນະຜູ້ແທນສອງປະເທດ. ພາບ: qdnd.vn |
ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ບັນດາກິດຈະກຳທີ່ໄດ້ຈັດຂຶ້ນກ່ອນການພົບປະແລກປ່ຽນ, ຄື: ກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າຊ່ວຍປະຊາຊົນເຂດຊາຍແດນ; ທ້ອງຖິ່ນສອງຝ່າຍ ສົ່ງຄະນະ, ປະຊາຊົນ ແລະນັກຮຽນ ເຂົ້າຮ່ວມການພົບປະແລກປ່ຽນ, ພົບປະແລກປ່ຽນນາຍທະຫານໜຸ່ມ... ປະກອບສ່ວນຫັນ “ປີພົບປະແລກປ່ຽນມະນຸດສະທໍາ ຫວຽດນາມ-ຈີນ” ໃຫ້ປະກົດຜົນເປັນຈິງ, ພ້ອມທັງເປັນພື້ນຖານສໍາຄັນ ເພື່ອພ້ອມກັນຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ມີສະຖຽນລະພາບ, ຊຸກຍູ້ການພົວພັນຮ່ວມມືພັດທະນາລະຫວ່າງສອງປະເທດ. ເປັນຄັ້ງທໍາອິດ, ງານພົບປະແລກປ່ຽນມີການລາດຕະເວນປະສົມໃນເຂດທະເລອ່າວພາກເໜືອລະຫວ່າງທະຫານເຮືອສອງປະເທດ.
    |
 |
ທ່ານລັດຖະມົນຕີ ຟານວັນຢາງ ແລະຜູ້ແທນຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ບົນພື້ນຖານຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຊຸກຍູ້, ຜັນຂະຫຍາຍບັນລຸປະສິດທິຜົນຢ່າງແທດຈິງຈາກສອງຝ່າຍ, ຢັງຢືນແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນສອງປະເທດ, ພົ້ນເດັ່ນແມ່ນໃນທຸກຂົງເຂດ: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ບັນດາກົນໄກຮ່ວມມືທີ່ສອງຝ່າຍໄດ້ເອົາໃຈໃສ່ຊຸກຍູ້; ການຮ່ວມມືຊາຍແດນທາງບົກລະຫວ່າງສອງຝ່າຍນັບມື້ນັບແໜ້ນແຟ້ນ, ສະໜິດສະໜົມກວ່າ. ກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ, ດ່ານຊາຍແດນສອງຝ່າຍສືບຕໍ່ເປັນເຈົ້າການ, ຕັ້ງໜ້າສົມທົບກັນໃນວຽກງານຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ຄຸ້ມຄອງຊາຍແດນ. ການຮ່ວມມືຊາຍແດນທາງທະເລນັບມື້ນັບອຸດົມສົມບູນ, ແທດຈິງ, ຕາມນັ້ນແລ້ວ, ທະຫານເຮືອ ແລະຕໍາຫຼວດທະເລສອງປະເທດ ສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ. ການຮ່ວມມືວຽກງານພັກ, ວຽກງານການເມືອງ, ການຮ່ວມມືລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ, ຕໍາຫຼວດທະເລ, ອຸດສາຫະກໍາປ້ອງກັນຊາດ ໄດ້ຮັບການເອົາໃຈໃສ່.
    |
 |
ທ່ານລັດຖະມົນຕີ Dong Jun ແລະບັນດາຜູ້ແທນຈີນ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຈົດຈໍາ ແລະຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດຖະບານ, ກອງທັບ ແລະປະຊາຊົນຈີນ ໃນຊຸມປີເດືອນຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນ ກໍຄືໃນການສ້າງສາປະເທດໃນປັດຈຸບັນ.
ທີ່ການພົບປະ, ສອງຝ່າຍກໍແບ່ງປັນທັດສະນະກ່ຽວກັບສະພາບການສາກົນ, ພາກພື້ນ ແລະບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນກັບຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ປາດຖະໜາຢາກເປັນເພື່ອນມິດກັບທຸກໆປະເທດ, ຖືເປັນສໍາຄັນພິເສດການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ; ສະເໝີຕົ້ນສະເໝີປາຍ, ຢຶດໝັ້ນນະໂຍບາຍປ້ອງກັນຊາດ “ສີ່ບໍ່”.
    |
 |
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ຢຶດໝັ້ນແກ້ໄຂບັນຫາໂດຍສັນຕິວິທີ, ເຄົາລົບຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດຫວຽດນາມ ແລະຈີນ; ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ປາດຖະໜາວ່າ ຈີນ ແລະອາຊຽນ ຈະລົງນາມກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນໂດຍໄວ.
    |
 |
ສອງລັດຖະມົນຕີ ເປັນສັກຂີພິຍານພິທີລົງນາມເອກະສານແມ່ ວ່າດ້ວຍການແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ, ທະຫານຊາຍແດນແຂວງລ້າງເຊີນ, ສສ ຫວຽດນາມ ແລະຄ້າຍທະຫານຊາຍແດນ Ping Xiang, ທະຫານຊາຍແດນ ເຂດປົກຄອງຕົນເອງ ເຜົ່າ ຈ້ວງ ກວາງຊີ, ສປ ຈີນ. ພາບ: qdnd.vn |
ສ່ວນທ່ານພົນໂທ Dong Jun ເນັ້ນໜັກວ່າ ງານພົບປະແລກປ່ຽນມິດຕະພາບ ໄດ້ຈັດຕັ້ງພາຍຫຼັງການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ພິສູດໃຫ້ເຫັນການ ຕັດສິນໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃນການຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ, ຜ່ານນັ້ນປະກອບສ່ວນສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ເລິກເຊິ່ງຂຶ້ນຕື່ມ.
ສິ້ນສຸດການພົບປະສອງຝ່າຍ, ສອງລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານແມ່ ວ່າດ້ວຍການແຮກສ່ຽວລະຫວ່າງ ຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ, ທະຫານຊາຍແດນແຂວງລ້າງເຊີນ, ສສ ຫວຽດນາມ ແລະຄ້າຍທະຫານຊາຍແດນ Ping Xiang, ທະຫານຊາຍແດນ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ, ສປ ຈີນ.
ໂດຍ: ໄຊຊະນະ