ຮັດແໜ້ນການຮ່ວມມື ແລະມິດຕະພາບລະຫວ່າງຕຳຫຼວດແຂວງກວາງນາມ ກັບກອງບັນຊາການ ປກສ ແຂວງເຊກອງ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ (ປກສ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 5 ເມສາ (1961-2025) ແລະບຸນປີໃໝ່ຂອງປະຊາຊົນລາວບັນດາເຜົ່າ, ວັນທີ 9 ເມສາ, ຄະນະປະຕິບັດງານຕໍາຫຼວດແຂວງກວາງນາມ ນຳໂດຍທ່ານພົນຈັດຕະວາ ຫງວຽນຫືວເຮີບ, ຫົວໜ້າກອງບັນຊາການຕໍາຫຼວດແຂວງກວາງນາມ ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ກໍາລັງກອງບັນຊາການ ປກສ ແຂວງເຊກອງ.
ໃນບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບ, ທ່ານພົນຈັດຕະວາ ຫງວຽນຫືວເຮີບ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີງາມມາຍັງທ່ານພົນຈັດຕະວາ ຄຳບານ ພົມມະນີວົງ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ຄະນະການນຳພ້ອມກັບພະນັກງານ, ນັກຮົບກອງບັນຊາການ ປກສ ແຂວງເຊກອງ ພ້ອມທັງຄອບຄົວໃນໂອກາດບຸນປີໃໝ່, ພ້ອມທັງອວຍພອນວັນສ້າງຕັ້ງກໍາລັງ ປກສ ລາວ ຄົບຮອບ 64 ປີ, ວັນສ້າງຄັ້ງກອງບັນຊາການ ປກສ ແຂວງເຊກອງ ຄົບຮອບ 41 ປີ.
    |
 |
ທ່ານພົນຈັດຕະວາ ຫງວຽນຫືວເຮີບ ຫົວໜ້າກອງບັນຊາການຕໍາຫຼວດແຂວງກວາງນາມ ແລະທ່ານພັນເອກພິເສດ ຫງວຽນແທັ່ງລອງ ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງ ມອບຂອງຂວັນໃຫ້ບັນດາການນຳກອງບັນຊາການ ປກສ ແຂວງເຊກອງ. ພາບ: cadn.com.vn |
ທ່ານພົນຈັດຕະວາ ຫງວຽນຫືວເຮີບ ໃຫ້ຮູ້ວ່າ ເສີມຂະຫຍາຍສາຍພົວພັນຮ່ວມມື, ມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະກໍາລັງຕໍາຫຼວດສອງປະເທດຫວຽດນາມ ແລະລາວ, ໃນໄລຍະຜ່ານມາ, ຕຳຫຼວດແຂວງກວາງນາມ ແລະກອງບັນຊາການ ປກສ ແຂວງເຊກອງ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ສະແດງໃຫ້ເຫັນຜ່ານການຮັກສາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ທ່ານພົນຈັດຕະວາ ຫງວຽນຫືວເຮີບ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ກໍາລັງຕໍາຫຼວດ 2 ແຂວງສືບຕໍ່ສົມທົບກັນ, ຮ່ວມມືຢ່າງແຮອບດ້ານ, ມີປະສິດທິຜົນໃນວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບຢູ່ຊາຍແດນສອງປະເທດ, ປະກອບສ່ວນສ້າງສາຍພົວພັນມິດຕະພາບຂຽວສົດງົດງາມໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານຂອງສອງປະເທດ ຫວຽດນາມ-ລາວ ເວົ້າລວມ ແລະກໍາລັງຕໍາຫຼວດຂອງສອງກະຊວງເວົ້າສະເພາະ.
ທ່ານພົນຈັດຕະວາ ຄຳບານ ພົມມະນີວົງ ໄດ້ສະແດງຄວາມຂອບໃຈຕໍ່ກອງບັນຊາການຕໍາຫຼວດແຂວງກວາງນາມ ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊົນລາວ; ພ້ອມກັນນັ້ນ, ຫວັງວ່າ ການພົວພັນຮ່ວມມືລະຫວ່າງບັນດາກົມກອງຈະນັບມື້ນັບແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດໜ້າທີ່ຂອງແຕ່ລະຝ່າຍ.
ເນື່ອງໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການຕຳຫຼວດແຂວງກວາງນາມ ໄດ້ສະເໜີຈັດຕັ້ງກອງປະຊຸມແລກປ່ຽນວຽກງານປະຈຳປີ 2025 ໃນກາງເດືອນ 6 ຢູ່ແຂວງກວາງນາມ, ສະເໜີໃຫ້ກຳລັງຕຳຫຼວດ 2 ແຂວງສົມທົບກັນຢ່າງຕັ້ງໜ້າເພື່ອກະກຽມເນື້ອໃນ ແລະເງື່ອນໄຂເພື່ອຈັດຕັ້ງກອງປະຊຸມສໍາຄັນນີ້ໃຫ້ສຳເລັດຜົນ.
ໂດຍ: ທະນາພອນ