ໃນບັນຍາກາດຕ້ອນຮັບບຸນປີໃໝ່, ທ່ານພົນຕີ ຮ່າເຖາະບິ່ງ ຜູ້ບັນຊາການທະຫານເຂດ 4 ໄດ້ອວຍພອນທ່ານພົນໂທ ຄໍາລຽງ ອຸທະໄກສອນ ຫາກໍ່ໄດ້ຮັບແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ບັນຍາກາດທີ່ການສົນທະນາ. ພາບ: baothanhhoa.vn

ທີ່ການຕ້ອນຮັບ, ກອງບັນຊາການທະຫານເຂດ 4 ປາດຖະໜາວ່າ ທ່ານພົນໂທ ຄໍາລຽງ ອຸທະໄກສອນ ຈະສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອກໍາລັງຂອງທະຫານເຂດ 4 ປະສານສົມທົບກັນປະຕິບັດໜ້າທີ່ເສດຖະກິດກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນປະຕິບັດການສໍາຫຼວດກໍ່ສ້າງໂຄງການ, ຮູບແບບໃໝ່ຊ່ວຍປະຊາຊົນພັດທະນາເສດຖະກິດຢູ່ບໍລິເວນປະສົບກັບຄວາມຫຍຸ້ງຍາກ. ພ້ອມທັງສືບຕໍ່ຊີ້ນໍາບັນດາກໍາລັງສົມທົບ, ຊ່ວຍເຫຼືອກອງທ້ອນໂຮມຂອງທະຫານເຂດ 4  ປະຕິບັດໜ້າທີ່ສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2024-2025 ແລະຊຸມປີຕໍ່ໄປຢ່າງມີປະສິດທິຜົນ.

ສ່ວນທ່ານພົນໂທ ຄໍາລຽງ ອຸທະໄກສອນ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່ຂອງກອງບັນຊາການທະຫານເຂດ 4. ພ້ອມທັງຮັບຮູ້, ຕີລາຄາສູງຕໍ່ບົດບາດ ແລະໝາກຜົນຂອງທະຫານເຂດ 4 ປະຕິບັດຢູ່ລາວ. ທ່ານພົນໂທ ຄໍາລຽງ ອຸທະໄກສອນ ຫວັງວ່າ ກອງບັນຊາການທະຫານເຂດ 4 ຈະສືບຕໍ່ເພີ່ມທະວີການສົມທົບປະຕິບັດໜ້າທີ່ເສດຖະກິດຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ດີຂຶ້ນ.

leftcenterrightdel
ກອງບັນຊາການທະຫານເຂດ 4 ອວຍພອນການນຳກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດບຸນປີໃໝ່. ພາບ: baothanhhoa.vn

ໃນໂອກາດນີ້, ກອງບັນຊາການທະຫານເຂດ 4 ໄດ້ມາຢ້ຽມຢາມ ແລະອວຍພອນທ່ານພົນຕີ ສາຍໃຈ ກົມມະສິດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ທ່ານພົນຕີ ວົງສອນ ອິນປານພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຫາກໍ່ໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່.

ໂດຍ: ເຈິ່ນຮວ່ຽນ