ນີ້ແມ່ນພຶດຕິກຳທີ່ສະແດງໃຫ້ເຫັນອາລົມຈິດອັນດີງາມລະຫວ່າງກົມກອງກັບຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນບັນດາເຜົ່າລາວ, ພ້ອມທັງກໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການເບິ່ງແຍງດູແລຂອງບໍລິສັດສະຫງວນໃຫ້ຜູ້ອອກແຮງງານ, ຊ່ວຍໃຫ້ຍາດຕິພີ່ນ້ອງປະຊາຊົນອຸ່ນອ່ຽນໃຈເຮັດວຽກຢ່າງຍາວນານຢູ່ກົມກອງ, ມີລາຍຮັບທີ່ໝັ້ນຄົງ, ປັບປຸງຊີວິດການເປັນຢູ່, ຮັກສາຄວາມມັ້ນຄົງທາງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບໍລິເວນທີ່ກົມກອງຕັ້ງຢູ່.

leftcenterrightdel
ບໍລິສັດຮ່ວມມືເສດຖະກິດ 385 (ແມ່ທັບ 15) ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄະນະພັກ, ອຳນາດການປົກຄອງ, ອົງການ, ອົງການຈັດຕັ້ງມະຫາຊົນແຂວງອັດຕະປື. ພາບ: ເຈື່ອງຊີງ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງກອງບັນຊາການແມ່ທັບ 15 ນໍາໂດຍທ່ານພັນເອກພິເສດ ເຈີ່ນງອກຫາຍ, ຮອງຜູ້ບັນຊາການທັງເປັນຫົວໜ້າເສນາທິການແມ່ທັບ 15 ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະມອບຂອງຂວັນໃຫ້ຄະນະພັກ, ອຳນາດການປົກຄອງແຂວງອັດຕະປື.

ດ້ວຍອາລົມຈິດ, ບັນດາກິດຈະກຳແທດຈິງໄດ້ປະກອບສ່ວນປະຕິບັດແຜນນະໂຍບາຍຂອງພັກ, ລັດ, ກອງທັບ ແລະແມ່ທັບກ່ຽວກັບໜ້າທີ່ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ການທູດປະຊາຊົນ ແລະເຮັດສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ໃຫ້ເລິກເຊິ່ງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໂດຍ: ຈາງຫງວຽນ