ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະຈີນ ຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ
ກປ.ອອນໄລ - ຕອນເຊົ້າວັນທີ 17 ເມສາ, ຢູ່ນະຄອນລ້າງເຊີນ, ໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ພ້ອມດ້ວຍຄະນະຜູ້ແທນສອງປະເທດໄດ້ໄປຢ້ຽມຢາມຄ້າຍທະຫານຊາຍແດນດ່ານສາກົນມິດຕະພາບ.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄປຢ້ຽມຢາມຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ. ພາບ: qdnd.vn |
ລາຍງານຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການເຄື່ອນໄຫວຂອງກົມກອງ, ທ່ານພັນເອກ ດວ່ານຢຸຍຕ໊ຽນ, ຫົວໜ້າຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພິເສດແມ່ນປີ 2024 ແລະຊຸມເດືອນຕົ້ນປີ 2025, ຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ, ທະຫານຊາຍແດນແຂວງລ້າງເຊີນ (ຫວຽດນາມ) ແລະຄ້າຍທະຫານຊາຍແດນ Pingxiang, ທະຫານຊາຍແດນເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ (ຈີນ) ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ພ້ອມກັນແລກປ່ຽນ, ເຫັນດີເປັນເອກະພາບລົງນາມໃນກອບເອກະສານແຮກສ່ຽວລະຫວ່າງສອງກົມກອງ. ເປັນເສນາທິການ, ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດບັນດາເນື້ອໃນຕາມ 3 ເອກະສານນິຕິກຳກ່ຽວກັບຊາຍແດນ ແລະຜັນຂະຫຍາຍການກໍ່ສ້າງດ່ານຊາຍແດນອັດສະລິຍະຕາມການຊີ້ນໍາຂອງລັດຖະບານສອງປະເທດ ຫວຽດນາມ-ຈີນ.
    |
 |
ສອງລັດຖະມົນຕີກະຊວງປ້ອງກັນປະເທດໂອ້ລົມ, ແລກປ່ຽນກັບພະນັກງານ, ນາຍທະຫານຂອງຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ. ພາບ: qdnd.vn |
ໃນໄລຍະຈະມາເຖິງ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ທ່ານພັນເອກ ດວ່ານຢຸຍຕ໊ຽນ ຢືນຢັນວ່າ ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານສາກົນມິດຕະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄ້າຍທະຫານຊາຍແດນ Pingxiang ໃນວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ປະຕິບັດເນື້ອໃນກອບເອກະສານແຮກສ່ຽວເປັນຢ່າງດີ, ສ້າງສາຍພົວພັນສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ສົມທົບກັນແກ້ໄຂບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງທັນການ, ເພື່ອຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ