ໃນຂອບເຂດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ທ່ານພົນຈັດຕະວາ ຮວ່າງວັນຊີ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະອວຍພອນປີໃໝ່ຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານ, ກະຊວງປ້ອງກັນປະເທດລາວ; ກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ກົມໃຫຍ່ພະລາທິການ, ກອງທັບປະຊາຊົນລາວ.
ຕ້ອນຮັບຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກທີ່ກົມກອງຕ່າງໆມີ: ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ພົນຈັດຕະວາ ສົມພົງ ແພງປັນຍາ, ຫົວໜ້າກົມກໍ່ສ້າງຮາກຖານການເມືອງ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ; ພົນຈັດຕະວາ ຈັນດີ ສຸລິວົງສັກ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ.
    |
 |
ແມ່ທັບ 15 ຢ້ຽມຢາມ, ອວຍພອນປີໃໝ່ຄອບຄົວທ່ານພົນໂທ ວົງຄໍາ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
ກອງບັນຊາການແມ່ທັບ 15 ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ ທ່ານພົນໂທ ວົງຄໍາ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ. ຢູ່ທີ່ນີ້, ທ່ານພົນຈັດຕະວາ ຮວ່າງວັນຊີ, ຜູ້ບັນຊາການແມ່ທັບ 15 ໄດ້ລາຍງານໝາກຜົນການສົມທົບກັນລະຫວ່າງແມ່ທັບ 15 ກັບຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານຂອງກອງທັບລາວ ໃນປີ 2024; ແລະປະສິດທິຜົນຂອງບໍລິສັດຮ່ວມມືເສດຖະກິດ 385 ໃນການຊ່ວຍເຫຼືອປະຊາຊົນລາວ ໃນເຂດໂຄງການມີວຽກເຮັດງານທຳ ແລະລາຍຮັບທີ່ເປັນປົກກະຕິດ້ວຍລາຍຮັບສະເລ່ຍ 5 ລ້ານກີບ/ຄົນ/ເດືອນ.
    |
 |
ແມ່ທັບ 15 ອວຍພອນປີໃໝ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
    |
 |
ແມ່ທັບ 15 ອວຍພອນປີໃໝ່ກົມໃຫຍ່ການເມືອງ, ກະຊວງປ້ອງກັນປະເທດລາວ. |
    |
 |
ທ່ານພົນຈັດຕະວາ ຮວ່າງວັນຊີ, ຜູ້ບັນຊາການແມ່ທັບ 15 ອວຍພອນປີໃໝ່ຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານ, ກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
ເນື່ອງໂອກາດນີ້, ຄະນະປະຕິບັດງານແມ່ທັບ 15 ຍັງໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ພວກນ້ອງນັກຮຽນ ແລະປະຊາຊົນລາວບັນດາເຜົ່າ, ອວຍພອນບຸນປີໃໝ່ຢູ່ກຸ່ມບ້ານເມືອງຈໍາ.
ກ່າວຄຳເຫັນທີ່ການຕ້ອນຮັບ, ຜູ້ຕາງໜ້າບັນດາອົງການ, ກົມກອງຂອງລາວ ຕີລາຄາສູງບົດບາດຂອງແມ່ທັບ 15 ໃນການຊີ້ນຳນຳພາບັນດາກົມກອງສັງກັດຜັນຂະຫຍາຍບັນດາໂຄງການເສດຖະກິດ, ປ້ອງກັນຊາດຢູ່ດິນແດນລາວ ຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການສ້າງວຽກເຮັດງານທຳ, ເຮັດໃຫ້ການດໍາລົງຊີວິດຂອງຊາວຜູ້ອອກແຮງງານຢູ່ລາວ ແລະຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢູ່ບັນດາແຂວງຕິດກັບຊາຍແດນລາວ-ຫວຽດນາມ. ການນຳບັນດາກົມກອງຂອງຝ່າຍລາວ ຫວັງວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການ; ພ້ອມກັນນັ້ນຮຽກຮ້ອງໃຫ້ແມ່ທັບ 15 ສືບຕໍ່ເອົາໃຈໃສ່, ໜູນຊ່ວຍດ້ານປະສົບການ, ເຕັກນິກໃຫ້ແກ່ໂຄງການກະສິກຳທີ່ກອງທັບປະຊາຊົນລາວ ພວມຜັນຂະຫຍາຍ, ຜ່ານນັ້ນເພີ່ມພູນຄູນສ້າງໃຫ້ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ເພື່ອຜົນປະໂຫຍດລວມຂອງປະຊາຊົນ ແລະກອງທັບສອງປະເທດຢ່າງບໍ່ຢຸດຢັ້ງ.
    |
 |
ແມ່ທັບ 15 ມອບຂອງຂວັນບຸນປີໃໝ່ຢູ່ບ້ານເມືອງຈໍາ, ແຂວງບໍລິຄໍາໄຊ, ປະເທດລາວ. ພາບ: qdnd.vn |
    |
 |
ມອບຂອງຂວັນບຸນປີໃໝ່ໃຫ້ແກ່ພວກນ້ອງນັກຮຽນຢູ່ບ້ານເມືອງຈໍາ, ແຂວງບໍລິຄໍາໄຊ, ປະເທດລາວ. ພາບ: qdnd.vn |
ໃນໂອກາດນີ້, ຄະນະປະຕິບັດງານແມ່ທັບ 15 ຍັງໄປຢ້ຽມຢາມ, ມອບຂອງຂວັນ ແລະອວຍພອນປີໃໝ່ບັນດາການນຳຂອງແຂວງ, ອຳນາດການປົກຄອງແຂວງອັດຕະປື; ມອບຂອງຂວັນ 435 ພູດ (ດ້ວຍມູນຄ່າ 350 ລ້ານດົ່ງ) ໃຫ້ແກ່ຄົນງານລາວ ທີ່ພວມເຮັດວຽກຢູ່ໜ່ວຍຜະລິດ/ບໍລິສັດຮ່ວມມືເສດຖະກິດ 385.
ໂດຍ: ທູຈາງ