ຕາງໜ້າໃຫ້ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານ ຫງວຽນເຟືອກລົກ ອວຍພອນໃຫ້ປະເທດລາວ ພັດທະນາແບບຍືນຍົງ, ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ນັບມື້ນັບຮັ່ງມີເຂັ້ມແຂງ ແລະມີຄວາມຜາສຸກ.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ, ທ່ານ ຫງວຽນເຟືອກລົກ ໄດ້ສະແດງຄວາມຂອບໃຈທ່ານ ພອນສີ ບຸນມີໄຊ  ຫົວໜ້າກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ທີ່ໄດ້ເປັນຂົວຕໍ່ໃນກິດຈະກຳຕ່າງໆຂອງຄະນະປະຕິບັດງານລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນ. ທ່ານ ຫງວຽນເຟືອກລົກ ຕີລາຄາສູງບັນດາໂຄງການຮ່ວມມືລະຫວ່າງທ້ອງຖິ່ນຂອງລາວ ກັບນະຄອນໂຮ່ຈີມິນ ນັບມື້ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນແທດຈິງ.

leftcenterrightdel
ທ່ານ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນໂຮ່ຈີມິນ ອວຍພອນປີໃໝ່ 2025 ຢູ່ສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ. ພາບ: sggp.org.vn

ເນື່ອງໃນໂອກາດນີ້, ທ່ານ ຫງວຽນເຟືອກລົກ ໄດ້ອວຍພອນໃຫ້ທ່ານ ພອນສີ ບຸນມີໄຊ  ແລະ ພັນລະຍາ ພ້ອມກັບພະນັກງານ, ພາລະກອນ ຢູ່ສະຖານກົງສູນລາວ ປະຈຳນະຄອນໂຮ່ຈີມິນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສືບຕໍ່ປະຕິບັດງານເປັນຢ່າງດີ, ເຊື່ອມຕໍ່ລະຫວ່າງທ້ອງຖິ່ນຕ່າງໆຂອງລາວ ກັບນະຄອນໂຮ່ຈີມິນ ໃຫ້ນັບມື້ນັບມີປະສິດທິຜົນກວ່າອີກ.

ສ່ວນທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ທ່ານຮູ້ສຶກດີໃຈຫຼາຍເມື່ອໄດ້ຕ້ອນຮັບ ຄະນະຜູ້ແທນການນຳນະຄອນໂຮ່ຈີມິນ ມາຮອດອວຍພອນປີໃໝ່; ຢືນຢັນວ່າ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນໃນການພັດທະນາສາຍພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງນະຄອນໂຮ່ຈີມິນ ກັບທ້ອງຖິ່ນຕ່າງໆລາວ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.

ໂດຍ: ທູຈາງ