ກ່າວຄຳເຫັນທີ່ພິທີ, ພະສັງຄະນາຍົກ ທິກມິງກວາງ ເຈົ້າອາວາດວັດເຟິດຕິກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ວັນທີ 14 ມີນາ 1988, ນັກຮົບ 64 ຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານຢູ່ເກາະກາກມາ ຂຶ້ນກັບໝູ່ເກາະເຈື່ອງຊາຂອງຫວຽດນາມ ເພື່ອພາລະກິດປົກປັກຮັກສາເຂດທະເລທີ່ສັກສິດຂອງປະເທດຊາດ. ເຫດການປະຫວັດສາດກາກມາໄດ້ພິສູດໃຫ້ເຫັນຈິດໃຈອົງອາດກ້າແກ່ນຂອງນັກຮົບທະຫານເຮືອຫວຽດນາມ.

ພະສັງຄະນາຍົກ ທິກມິງກວາງ ເນັ້ນໜັກວ່າ ນີ້ແມ່ນໂອກາດບໍ່ພຽງແຕ່ເພື່ອສຶກສາອົບຮົມມູນເຊື້ອຮັກຊາດໃຫ້ບັນດາລຸ້ນໜຸ່ມຮຽນຕາມແບບຢ່າງລຸ້ນກ່ອນ, ຕັດສິນໃຈຮັກສາອະທິປະໄຕໝູ່ເກາະທະເລຂອງປະເທດຊາດເທົ່ານັ້ນ ຫາກຍັງສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ຕໍ່ສູ້ຢ່າງພິລາດອາດຫານເພື່ອປົກປັກຮັກສາພື້ນຖານເອກະລາດແຫ່ງຊາດ.

leftcenterrightdel
ບັນດາພະສົງ, ພຸດທະສາສະນິກກະຊົນ ແລະຜູ້ແທນສອງປະເທດ ຫວຽດນາມ-ລາວ ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ເສຍສະຫຼະຊີວິດຢູ່ ເກາະກາກມາ. ພາບ: vov.vn

ສ່ວນທ່ານ ພອນໃຈ ພັນທະວົງ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ສະແດງຄວາມປາດຖະໜາວ່າ ລຸ້ນໜຸ່ມສອງປະເທດຕ້ອງຈົດຈຳຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຈາກນັ້ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງເພື່ອກາຍເປັນພົນລະເມືອງດີ, ມີປະໂຫຍດແກ່ສັງຄົມ ແລະເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ