ຫວຽດນາມ-ລາວ ແຂ່ງຂັນກິລາມິດຕະພາບຍົກສູງນໍ້າໃຈສາມັກຄີ
ກປ.ອອນໄລ - ຕອນເຊົ້າວັນທີ 15 ກຸມພາ, ທີ່ສະໜາມກ໊ອຟ ລອງແທັ່ງ ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳ ລາວ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ ແລະທະນາຄານຫຸ້ນສ່ວນການຄ້ານາມອ໊າ ໄດ້ສົມທົບກັນຈັດຕັ້ງງານແຂ່ງຂັນກ໊ອຟ ມິດຕະພາບ ຫວຽດນາມ-ລາວ 2025, ຊິງຂັນທະນາຄານ ນາມອ໊າ ຄັ້ງທີ 1.
ເຂົ້າຮ່ວມເຫດການມີທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ; ທ່ານ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ; ທ່ານ ຄໍາພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ; ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ພ້ອມດ້ວຍນັກກ໊ອຟ ເປັນຈຳນວນຫຼວງຫຼາຍທີ່ມາຈາກບັນດາອົງການ, ຫົວໜ່ວຍຂອງສອງປະເທດຫວຽດນາມ ແລະລາວ.
    |
 |
ນັກກ໊ອຟ ເຂົ້າຮ່ວມການແຂ່ງຂັນຖ່າຍຮູບທີ່ລະນຶກກ່ອນພິທີໄຂການແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ຊຸກຍູ້ວຽກງານການທູດປະຊາຊົນ, ການຮ່ວມມືດໍາເນີນທຸລະກິດ ແລະການລົງທຶນລະຫວ່າງປະຊາຄົມວິສາຫະກິດ ແລະນັກທຸລະກິດ ຫວຽດນາມ-ລາວ.
ພ້ອມທັງນີ້ກໍ່ແມ່ນໂອກາດ ເພື່ອໃຫ້ນັກກ໊ອຟ, ນັກທຸລະກິດ ແລະຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນ, ເຊື່ອມຕໍ່ ແລະແບ່ງປັນບົດຮຽນອັນລ້ຳຄ່າ, ຜ່ານນັ້ນແນໃສ່ເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ພາຍຫຼັງພິທີໄຂ, ບັນດານັກກ໊ອຟ ໄດ້ລົງແຂ່ງຂັນ ແລະພ້ອມກັນສະແດງທັກສະ ແລະຍຸດທະສາດຂອງຕົນໃນສະໜາມແຂ່ງຂັນເຕັມໄປດ້ວຍຄວາມຈັບໃຈ, ເຊື່ອມຕົວເຂົ້າກັບບັນຍາກາດເຕັມໄປດ້ວຍນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງຫວຽດນາມ ແລະລາວ.
ໂດຍ: ເຈິ່ນຮວ່ຽນ