leftcenterrightdel
ແຂວງດົ່ງນາຍ ຈັດຕັ້ງວັນບຸນວັດທະນະທໍາຫວຽດນາມ-ລາວ-ກໍາປູເຈຍ ປີ 2024 ໃຫ້ນັກສຶກສາ 3 ປະເທດທີ່ພວມຮ່ໍາຮຽນຢູ່ແຂວງດົ່ງນາຍ. ພາບ: ຄະນະຊາວໜຸ່ມແຂວງສະໜອງ

ຫວ່າງແລ້ວນີ້, ວັນທີ 22 ກຸມພາ, ທີ່ນະຄອນໂຮ່ຈີມິນ ໄດ້ດໍາເນີນການພົບປະລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ Hun Sen ປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງ ລາຊະອານາຈັກ ກໍາປູເຈຍ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ການພົບປະລະຫວ່າງການນໍາ 3 ທ່ານສືບຕໍ່ຢ້ັງຢືນນະໂຍບາຍສະໝີຕົ້ນສະເໝີປາຍຂອງ 3 ພັກ, 3 ລັດແມ່ນຍາມໃດກໍ່ບຸລິມະສິດແຖວໜ້າຕໍ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ,  ຫາຍາກລະຫວ່າງ 3 ພັກ, 3 ລັດ, ກໍ່ຄືປະຊາຊົນຫວຽດນາມ-ລາວ-ກໍາປູເຈຍ.

ເລີ່ມຈາກການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ຜ່ານການຕໍ່ສູ້ປະຕິວັດ, ກໍ່ສ້າງ ແລະພັດທະນາປະເທດ, ການພົວພັນແບບພິເສດລະຫວ່າງ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ ຍັງຄົງເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ນໍ້າໃຈມິດຕະພາບສັດຊື່ບໍລິສຸດ, ການຮ່ວມມືພັດທະນາຂອງ 3 ປະເທດໄດ້ທັບມ້າງກົນອຸບາຍເລລ່ຽມ, ຖ້ອຍທຳນອງເສກສັນປັ້ນແຕ່ງ, ກໍ່ຄວາມແບ່ງແຍກສາຍພົວພັນບ້ານໃກ້ເຮືອນຄຽງລະຫວ່າງ 3 ປະເທດ, ໂດຍສະເພາະແມ່ນໃນສະພາບພາກພື້ນ ແລະໂລກຍັງເກີດການປະທະກັນດ້ານການເມືອງ-ການທະຫານ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ນັບມື້ນັບຂ້ຽວຂາດ, ນະໂຍບາຍການຕ່າງປະເທດຂອງບັນດາປະເທດມະຫາອໍານາດນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ຕາມນັ້ນແລ້ວ, ເພື່ອແບ່ງແຍກສາຍພົວພັນໝັ້ນແກ່ນ, ຫາຍາກໃນປະຫວັດສາດສາຍພົວພັນສາກົນນີ້, ບັນດາອິດທິກໍາລັງທີ່ເປັນປໍລະປັກໄດ້ເສກສັນປັ້ນແຕ່ງການຕໍ່ສູ້ອັນເປັນທຳເພື່ອປົກປັກຮັກສາຊາຍແດນຕາເວັນຕົກສ່ຽງໃຕ້ຂອງປະເທດ, ພ້ອມກັບປະຊາຊົນກໍາປູເຈຍດັບສູນລະບອບດັບສູນເຊື້ອຊາດປົນປົດກ່ອນນີ້ກວ່າ 45 ປີ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ 3 ພັກ, 3 ລັດ

ໃນວິວັດແຫ່ງການປະຕິບັດນະໂຍບາຍການຕ່າງປະເທດຕາມທິດເປີດກວ້າງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນພິເສດການພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ຖືນີ້ແມ່ນບັນຫາຍຸດທະສາດ, ສົ່ງຜົນກະທົບໂດຍກົງເຖິງຜົນປະໂຫຍດແຫ່ງຊາດ-ຊົນຊາດ ແລະພາລະກິດກໍ່ສ້າງ ແລະປົກປັກຮັກສາປະເທດ, ນີ້ບໍ່ແມ່ນບັນຫາທີ່ໄດ້ຮັບການກໍ່ສ້າງໃນມື້ໜຶ່ງມື້ສອງ, ຫຼືຄືບັນດາອິດທິກໍາລັງທີ່ເປັນປໍລະປັກເສກສັ້ນປັ້ນແຕ່ງ, ຫາກແມ່ນບັນຫາອັນຍາວນານ, ມີຄວາມໝາຍຍຸດທະສາດເຊິ່ງການນໍາພັກ, ລັດ, ປະຊາຊົນ 3 ປະເທດຫວຽດນາມ-ລາວ-ກໍາປູເຈຍ ລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ.

ທີ່ການພົບປະຂັ້ນສູງຄັ້ງນີ້, ຄຽງຂ້າງຊົມເຊີຍບັນດາຜົົນງານອັນໃຫຍ່ຫຼວງ, ເຊິ່ງ 3 ພັກ, 3 ລັດບັນລຸໄດ້, ສະແດງຄວາມປິຕິຊົມຊື່ນຕໍ່ຜົນແຫ່ງການພົວພັນຮ່ວມມືເຊິ່ງ 3 ປະເທດບັນລຸໄດ້ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ, ການນໍາ 3 ພັກໄດ້ເນັ້ນໜັກການພົວພັນສະໜິດຕິດແທດ, ສະໜິດສະໜົມ ແລະມີຄວາມໝາຍຍຸດທະສາດລະຫວ່າງ 3 ປະເທດ. ໃນນັ້ນມີສະຖຽນລະພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງປະເທດນີ້ກໍ່ແມ່ນສະຖຽນລະພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງ 2 ປະເທດທີ່ຍັງເຫຼືອ, ພ້ອມທັງຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ 3 ພັກ, 3 ລັດ ຍາມໃດກໍ່ຖືບຸລິມະສິດແຖວໜ້າຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ພັກ, 3 ລັດ ແລະປະຊາຊົນຫວຽດນາມ-ກໍາປູເຈຍ-ລາວ.

ສາມຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ເລິກເຊິ່ງ, ຮອບດ້ານ ແລະເປີດກວ້າງການພົວພັນລະຫວ່າງ 3 ພັກ, 3 ລັດກວ່າອີກ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການພົວພັນລະຫວ່າງບັນດາສະຫາຍການນໍາຂັ້ນສູງ; ໃຫ້ຄໍາໝັ້ນສັນຍາຮັກສາ ແລະເສີມຂະຫຍາຍມູນເຊື້ອສາມັກຄີສະໜິດຕິດພັນລະຫວ່າງ 3 ປະເທດ, ຖືນີ້ແມ່ນຊັບສິນອັນລໍ້າຄ່າ, ແມ່ນກົດເກນພາວະວິໄສຕໍ່ການຮັບປະກັນສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ. ເຫັນດີເປັນເອກະພາບຮັກສາ ແລະເພີ່ມທະວີວຽກງານໂຄສະນາ, ສຶກສາກວ່າອີກເພື່ອໃຫ້ປະຊາຊົນ 3 ປະເທດລຸ້ນຕ່າງໆ, ໂດຍສະເພາະແມ່ນລຸ້ນໜຸ່ມ, ເຂົ້າໃຈ ແລະຍາມໃດກໍ່ຈົດຈໍາມູນເຊື້ອສາມັກຄີສະໜິດຕິດພັນນີ້.

ຕາມທ່ານ ປອ ຫງວຽນວັນດາບ, ອາຈານພະແນກສາກົນສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ຫວຽດນາມ, ລາວ, ກໍາປູເຈຍ ແມ່ນ 3 ປະເທດທີ່ມີສາຍພົວພັນບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອມິດຕະພາບແບບພິເສດ, ເຊິ່ງໄດ້ແບ່ງປັນ, ສະໜັບສະໜູນເຊິ່ງກັນ ແລະກັນ ໃນພາລະກິດປົດປ່ອຍຊາດ. ການຮັກສາ ແລະພັດທະນາການພົວພັນນີ້ທັງແມ່ນຄວາມຮັບຮອງຕໍ່ການເສຍສະຫຼະຂອງລຸ້ນກ່ອນ, ທັງແມ່ນຄວາມຮຽກຮ້ອງຕໍ່ລຸ້ນປະຈຸບັນກ່ຽວກັບຄວາມໝັ້ນຄົງ, ການພັດທະນາ, ທັງແມ່ນການຮັບປະກັນໃຫ້ລຸ້ນຕ່າງໆໃນອະນາຄົດສືບຕໍ່ໄດ້ດໍາລົງຊີວິດໃນພາກພື້ນສັນຕິພາບ ແລະວັດທະນາຖາວອນ.

ທ່ານ ປອ ຫງວຽນວັນດາບ ວິຈານວ່າ “ໃນສະພາບພາກພື້ນ ແລະໂລກມີການຜັນແປຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຄືໃນປະຈຸບັນ, ເລື່ອງເພີ່ມທະວີຄວາມສະມັກຄີ, ປະສິດທິຜົນການຮ່ວມມື, ເຊື່ອມຕໍ່ຫວຽດນາມ-ລາວ-ກໍາປູເຈຍ ນັບມື້ນັບມີຄວາມຈຳເປັນ ແລະຮີບດ່ວນກວ່າເພື່ອໃຫ້ 3 ປະເທດສາມາດພ້ອມກັນເສີມຂະຫຍາຍທ່າໄດ້ປຽບພາຍໃນຫຼາຍທີ່ສຸດກໍ່ຄື ແກ້ໄຂ, ຜ່ານຜ່າສິ່ງທ້າທາຍອັນໃຫຍ່ຫຼວງແຕ່ສະພາບແວດລ້ອມສາກົນ ແລະພາກພື້ນ. ພິເສດ, ບັນດາສິ່ງທ້າທາຍກ່ຽວກັບພູມສາດຍຸດທະສາດ ແລະພູມສາດການເມືອງຈະນັບມື້ນັບຈະແຈ້ງໃນສະພາບ ແລະທ່າອ່ຽງ ຄືໃນປະຈຸບັນ”.

ໂດຍ: ໄຊນີດາ