ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ. ໂດຍສະຖານທູດຫວຽດນາມ ປະຈຳລາວ ເປັນເຈົ້າພາບຈັດຕັ້ງດ້ວຍການສົມທົບຂອງສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ແລະທະນາຄານ ນາມອາ, ກອງປະຊຸມສຳມະນາກ່ຽວກັບກາລະໂອກາດລົງທຶນດຳເນີນທຸລະກິດຢູ່ ລາວ ບໍ່ພຽງແຕ່ເປີດກາລະໂອກາດຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລາວ ເທົ່ານັ້ນ, ບັນດານັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດຍັງສາມາດກາຍເປັນຫົວເງື່ອນເພື່ອດຶງດູດການລົງທຶນຈາກບັນດາປະເທດພັດທະນາໃນໂລກ, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ ແລະບັນດາປະເທດໃນພາກພື້ນ ຄື ໄທ, ມາເລເຊຍ ເຂົ້າລາວ ອີກດ້ວຍ.
    |
 |
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນຜົນສຳເລັດ ແລະບົດຮຽນໃນຂະບວນການລົງທຶນ ແລະການຜະລິດດໍາເນີນທຸລະກິດ, ຜ່ານນັ້ນຊ່ວຍໃຫ້ຝ່າຍເຂົ້າຮ່ວມສ້າງການເຊື່ອມຕໍ່ທີ່ສຳຄັນ, ຮັບເອົາຫຼາຍຂໍ້ມູນຂ່າວສານ, ບົດຮຽນເພື່ອສ້າງໂຄງການປະຕິບັດງານ, ສ້າງແຜນການລົງທຶນ ແລະດໍາເນີນທຸລະກິດໃນໄລຍະຈະມາເຖິງຢູ່ລາວ. ກ່ຽວກັບຄວາມສາມາດບົ່ມຊ້ອນ, ລາວ ຈະກາຍເປັນປະເທດທີ່ດຶງດູດການລົງທຶນໃນຂົງເຂດກະສິກໍາ, ການທ່ອງທ່ຽວ, logistics, ພື້ນຖານໂຄງລ່າງ... ໃນໄລຍະຈະມາເຖິງ.
ຕາມຕົວເລກຂອງກະຊວງແຜນການ ແລະການລົງທຶນຫວຽດນາມ ແລ້ວ, ມາຮອດເດືອນມັງກອນ 2025, ຫວຽດນາມ ໄດ້ລົງທຶນເຂົ້າລາວ 267 ໂຄງການ ດ້ວຍຍອດຈຳນວນທຶນ 5,7 ຕື້ໂດລາສະຫະລັດ, ໂດຍສຸມໃສ່ບັນດາຂົງເຂດ ຄື: ພະລັງງານ, ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ຜະລິດ ແລະປຸງແຕ່ງສະບຽງອາຫານ, ໂທລະຄົມມະນາຄົມ, ທະນາຄານ, ການທ່ອງທ່ຽວ... ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນຢູ່ 17/18 ແຂວງ ແລະນະຄອນຂອງລາວ. ຫວຽດນາມ ແມ່ນ 1 ໃນ 5 ປະເທດພ້ອມກັບ ຈີນ, ໄທ, ຝຣັ່ງ ແລະ ຍີ່ປຸ່ນ ລົງທຶນຢູ່ລາວ ຫຼາຍທີ່ສຸດ.
ຫວັງວ່າບັນດາຂີດໝາຍໃໝ່ໃນການພົວພັນຮ່ວມມືລົງທຶນເວົ້າສະເພາະ ແລະການຮ່ວມມືດ້ານເສດຖະກິດເວົ້າລວມ, ເພາະວ່າປະຊາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດມີຄວາມຮູ້, ບົດຮຽນ, ແຫຼ່ງທຶນ, ລະດັບຄວາມຮູ້ດ້ານວິທະຍາສາດ ແລະເຕັກໂນໂລຢີ ແລະເຄືອຂ່າຍບໍ່ພຽງແຕ່ລະຫວ່າງບັນດານັກທຸລະກິດຫວຽດນາມ ອາໄສຢູ່ຕ່າງປະເທດນຳກັນເທົ່ານັ້ນ ຫາກຍັງກັບປະຊາຄົມວິສາຫະກິດຢູ່ເກືອບທຸກປະເທດໃນໂລກ. ດ້ວຍການເຂົ້າຮ່ວມຂອງປະຊາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດໃນການດຶງດູດການລົງທຶນເຂົ້າລາວ, ເຂົາເຈົ້າສາມາດສ້າງຜົນງານທີ່ພົ້ນເດັ່ນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ, ລາວ ແລະສາກົນ, ປະກອບສ່ວນປ່ຽນແປງໂສມໜ້າເສດຖະກິດ-ສັງຄົມ ຢູ່ປະເທດບ້ານໃກ້ເຮືອນຄຽງຂອງຫວຽດນາມ.
ໂດຍ: ຈາງຫງວຽນ