ລາວ - ສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດຫວຽດນາມ ແລະສາກົນ
ກປ.ອອນໄລ - ຕອນຄໍ່າວັນທີ 14 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ໃຫ້ການຕ້ອນຮັບຢ່າງສະໜິດສະໜົມ ແລະໂອ້ລົມກັບວິສາຫະກິດຫວຽດນາມ ແລະວິສາຫະກິດຕ່າງປະເທດ ທີ່ມາຈາກຫຼາຍປະເທດ ນຳໂດຍທ່ານ ຫງວຽນຮົ່ງເຫວະ ປະທານສະມາຄົມນັກທຸລະກິດຫວຽດນາມ ຢູ່ຕ່າງປະເທດ.
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ພ້ອມກັບຜູ້ຕາງໜ້າບັນດາວິສາຫະກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະ, ທ່ານ ຫງວຽນຮົ່ງເຫວະ ໄດ້ຕີລາຄາວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ແລະວິສາຫະກິດສາກົນໄດ້ແນະນຳທ່າແຮງຂອງຕົນ, ຜ່ານນັ້ນຫວັງວ່າ ລັດຖະບານລາວ ຈະອະນຸຍາດໃຫ້ລົງທຶນໃນຫຼາຍຂົງເຂດ, ຄື: ພະລັງງານ, ບໍ່ແຮ່, ສຶກສາ, ສາທາລະນະສຸກ, ກະສິກຳເຕັກໂນໂລຢີສູງ...; ການຄ້າ, ລັດຖະບານເອເລັກໂຕນິກ ແລະການກໍ່ສ້າງທໍ່ສົ່ງນໍ້າມັນຈາກແຂວງຮ່າຕິງ ຂອງຫວຽດນາມ ໄປຫານະຄອນຫຼວງວຽງຈັນ ຂອງລາວ.
ທ່ານ ຫງວຽນຮົ່ງເຫວະ ສະແດງຄວາມປາດຖະໜາວ່າ ລັດຖະບານລາວ ຈະແບ່ງປັນນະໂຍບາຍ, ກົນໄກ, ລາຍການໃນການລົງທຶນ; ພ້ອມທັງສ້າງເງື່ອນໄຂສະດວກທີ່ສຸດໃຫ້ວິສາຫະກິດຫວຽດນາມ ແລະວິສາຫະກິດຕ່າງປະເທດເພື່ອສາມາດຜັນຂະຫຍາຍການເຄື່ອນໄຫວ, ໂຄງການລົງທຶນ, ດຳເນີນທຸລະກິດທີ່ໄດ້, ພວມ ແລະຈະປະຕິບັດໃນໄລຍະຈະມາເຖິງ.
    |
 |
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ຝ່າຍລາວ, ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ລາວ ເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນໃຫ້ວິສາຫະກິດຫວຽດນາມ ແລະສາກົນ. ທ່ານ ສອນໄຊ ສີພັນດອນ ແບ່ງປັນວ່າ ລາວ ແມ່ນປະເທດບໍ່ມີທະເລ, ແຕ່ແມ່ນປະເທດຜ່ານແດນສຳຄັນເພື່ອເຊື່ອມຕໍ່ຫວຽດນາມ ກັບ ໄທ ແລະບັນດາປະເທດໃນພາກພື້ນ. ພ້ອມທັງເນັ້ນໜັກວ່າ ປະຈຸບັນ ລາວ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ພິເສດແມ່ນ ລາວຈະເປັນສະຖານທີ່ລົງທຶນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນຂົງເຂດກະສິກຳ, ທ່ອງທ່ຽວ, logistics, ພື້ນຖານໂຄງລ່າງໃຫ້ວິສາຫະກິດຫວຽດນາມ ແລະສາກົນ.
ລັດຖະບານລາວ ຍາມໃດຈະກໍ່ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຫວຽດນາມ ແລະນັກລົງທຶນຕ່າງປະເທດຜັນຂະຫຍາຍການເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຢູ່ ລາວ ໂດຍໄວ.
ໂດຍ: ເຈິ່ນຮວ່ຽນ