ຫວຽດນາມ ມອບຂອງຂວັນໃຫ້ທະຫານເຈັບປ່ວຍລາວ
ກປ.ອອນໄລ - ຕອນເຊົ້າວັນທີ 6 ມີນາ, ທີ່ນະຄອນຫຼວງວຽງຈັນ, ລາວ, ຕາງໜ້າສະມາຄົມນັກຮົບເກົ່າ, ທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ ລາວ. ທະຫານເຂດ 4 ສົມທົບກັບວັດເຝີດຕິກ ນະຄອນຫຼວງວຽງຈັນ, ສະມາຄົມວິສາຫະກິດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະບັນດາຝ່າຍທີ່ກ່ຽວຂ້ອງໄດ້ຢື້ຢາມຖາມຂ່າວ ແລະມອບຂອງຂວັນ 40 ພູດ ທີ່ມີມຸນຄ່າ 40 ລ້ານກິບ (ປະມານ 1.800 ໂດລາສະຫະລັດ) ໃຫ້ທະຫານເສຍອົງຄະເຈັບປ່ວຍ ເຊິ່ງແມ່ນທະຫານ ແລະນັກຮົບເກົ່າລາວ ທີ່ພວມປິ່ນປົວຢູ່ບາງຂະແໜງສັງກັດໂຮງໝໍສູນກາງກອງທັບ 103 ຂອງລາວ.
    |
 |
ການນໍາໂຮງໝໍສູນກາງກອງທັບ 103 ຂອງລາວ ຕ້ອນຮັບຄະນະສະມາຄົມນັກຮົບເກົ່າ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ໂຮງໝໍ, ຕາງໜ້າຄະນະປະຕິບັດງານ, ທ່ານພົນຈັດຕະວາ ຫວໍວັນຈອດ ຫົວໜ້າຄະນະກຽດຕິສັກຄະນະຕິດຕໍ່ສື່ສານທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວແຂວງເງະອານ, ອະດີດຫົວໜ້າກອງພົນ 324, ອະດີດຮອງຜູ້ບັນຊາການທະຫານເຂດ 4 ໃຫ້ຮູ້ວ່າ ນີ້ແມ່ນການກະທຳສະແດງໃຫ້ເຫັນຄວາມ “ຮັກແພງ, ຊ່ວຍເຫຼືອກັນ”, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອທະຫານເຈັບປ່ວຍ ເຊິ່ງແມ່ນທະຫານ ແລະນັກຮົບເກົ່າລາວ ທີ່ພວມປິ່ນປົວຢູ່ໂຮງໝໍເຮັດໃຫ້ເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ, ມີກຳລັງໜູນຕື່ມອີກ ເພື່ອອຸ່ນອ່ຽງໃຈປິ່ນປົວພະຍາດໃຫ້ມີສຸຂະພາບແຂງແຮງກວ່າ, ສືບຕໍ່ປະກອບສ່ວນໃຫ້ກົມກອງ ແລະສ້າງສາປະເທດລາວ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະພັດທະນາ.
    |
 |
ທ່ານພົນຈັດຕະວາ ຫວໍວັນຈອດ ຫົວໜ້າຄະນະກຽດຕິສັກຄະນະຕິດຕໍ່ສື່ສານທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວແຂວງເງະອານ ກ່າວຄໍາເຫັນທີ່ການພົບປະກັບການນໍາໂຮງໝໍສູນກາງກອງທັບ 103 ຂອງລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານພົນຈັດຕະວາ ຫວໍວັນຈອດ ເນັ້ນໜັກວ່າ ຂອງຂວັນແຕ່ລະພູດເຖິງວ່າມູນຄ່າຈະບໍ່ຫຼາຍກໍ່ຕາມ ແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການແບ່ງປັນ, ລະດົມກໍາລັງໃຈບົນຈິດໃຈສະຫາຍ, ອ້າຍນ້ອງຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັນແບ່ງທຸກແບ່ງສຸກ.
    |
 |
ທ່ານພົນຈັດຕະວາ ຫວໍວັນຈອດ ມອບຂອງຂວັນໃຫ້ທະຫານເຈັບປ່ວຍໜັກທີ່ພວມປິ່ນປົວຢູ່ໂຮງໝໍສູນກາງກອງທັບ 103 ລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຂອງຂວັນ, ບັນດາທະຫານເສຍອົງຄະເຈັບປ່ວຍ ເຊິ່ງແມ່ນທະຫານ ແລະນັກຮົບເກົ່າລາວ ລ້ວນແຕ່ສະແດງຄວາມຂອບອົບຂອບໃຈ, ຄວາມສະເທືອນໃຈ, ຄວາມເຫັນອົກເຫັນໃຈ, ແບ່ງປັນຂອງຄະນະປະຕິບັດງານ.
ໂດຍ: ໄຊນີດາ