ມອບທຶນການສຶກສາ ວື່ອາຢິງ 100 ທຶນ ໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ
ກປ.ອອນໄລ - ຕອນບ່າຍວັນທີ 6 ມີນາ, ທີ່ນະຄອນຫຼວງວຽງຈັນ, ລາວ, ກອງທຶນວື່ອາຢິງ, ສະມາຄົມ “ເພື່ອຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ” ສົມທົບກັບສະຖານທູດຫວຽດນາມ ປະຈໍາ ລາວ ຈັດຕັ້ງລາຍການມອບທຶນການສຶກສາ ວື່ອາຢິງ 100 ທຶນໃຫ້ລູກຫຼານຊາວຫວຽດນາມ ອາໄສຢູ່ ລາວ (ທຶນລະມີມູນຄ່າ 50 ໂດລາສະຫະລັດ) ເພື່ອຊົມເຊີຍ ແລະຮັບຮູ້ຄວາມມານະພະຍາຍາມ, ສູ້ຊົນຂອງພວກນ້ອງ.
ເຂົ້າຮ່ວມລາຍການມີທ່ານນາງ ເຈືືອງໝີຮວາ, ອະດີດຮອງປະທານປະເທດ, ປະທານກອງທຶນການສຶກສາ ວື່ອາຢິງ, ປະທານສະມາຄົມ “ເພື່ອຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ”; ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າບັນດາອົງການກ່ຽວຂ້ອງພ້ອມກັບພວກນ້ອງນັກຮຽນແມ່ນລູກຫຼານຊາວຫວຽດນາມ ອາໄສຢູ່ລາວ.
ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ຫງວຽນມິງເຕີມ ໄດ້ສັງເຂບກ່ຽວກັບການພົວພັນຫວຽດນາມ-ລາວ; ຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ຢູ່ ລາວ ກໍ່ຄືການປະກອບສ່ວນຂອງພໍ່ແມ່ປະຊາຊົນໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະປະເທດປະຈໍາຖິ່ນ. ທ່ານ ຫງວຽນມິງເຕີມ ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ບໍ່ພຽງແຕ່ງົບປະມານແຫ່ງລັດເທົ່ານັ້ນ ຫາກຍັງມີບັນດາແຫຼ່ງທຶນສັງຄົມອື່ນອີກດ້ວຍໄດ້ຊ່ວຍຍົກສູງພື້ນຖານດ້ານວັດຖຸໃຫ້ໂຮງຮຽນ, ຍົກສູງຄຸນນະພາບການສຶກສາເທື່ອລະກ້າວໃຫ້ລູກນ້ອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
    |
 |
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ແລະທ່ານນາງ ເຈືອງໝີຮວາ ອະດີດຮອງປະທານປະເທດມອບຂອງຂວັນໃຫ້ພວກນ້ອງນັກຮຽນ. ພາບ: vov.vn |
ນີ້ແມ່ນປີທີສອງທີ່ກອງທຶນ ວື່ອາຢິງ ມອບທຶນການສຶກສາ 100 ທຶນໃຫ້ລູກນ້ອງຊາວຫວຽດນາມ ຢູ່ລາວ ເພື່ອຊ່ວຍພວກນ້ອງມີໂອກາດສືບຕໍ່ໄປຮຽນ ແລະພັດທະນາຕົນ, ສ້າງພື້ນຖານໃຫ້ແກ່ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ, ພ້ອມທັງຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ.
    |
 |
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: vov.vn |
ກ່າວຄໍາເຫັນທີ່ລາຍການ, ທ່ານນາງ ເຈືອງໝີຮວາ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ພະຍາຍາມຂອງພວກນ້ອງນັກຮຽນແມ່ນລູກນ້ອງຊາວຫວຽດນາມ ອາໄສຢູ່ລາວ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອບັນລຸຜົນງານໃນການຮໍ່າຮຽນ. ທ່ານນາງຫວັງວ່າ ທຶນການສຶກສາຈະຊ່ວຍພວກນ້ອງບັນລຸໄດ້ຫຼາຍຜົນງານສູງກວ່າອີກ; ປາດຖະໜາວ່າພວກນ້ອງຈະພະຍາຍາມຮໍ່າຮຽນໃຫ້ດີກວ່າອີກ, ເພື່ອກາຍເປັນລູກຄຳຮູ້, ນັກຮຽນເກັ່ງ, ປະກອບສ່ວນສ້າງສາປະເທດລາວ ແລະຫວຽດນາມ ໃຫ້ນັບມື້້ນັບຮັ່ງມີສວຍງາມ.
ໂດຍ: ໄຊນີດາ