leftcenterrightdel
ເຂດເຮັດລະບຽບການເຂົ້າ, ອອກປະເທດຜ່ານດ່ານຊາຍແດນທົງທູ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ຮັບເອກະສານຂອງຄະນະກໍາມະການອໍານາດການປົກຄອງແຂວງຫົວພັນ ກ່ຽວກັບການອະນຸຍາດໃຫ້ຄົນ, ພາຫະນະກົນຈັກທາງບົກ ແລະສິນຄ້າຂອງແຂວງຫົວພັນ-ເງະອານຜ່ານດ່ານທ້ອງຖິ່ນນ້ຳໃຕ້-ທົງທູ ແລະເອກະສານຂອງຄະນະກໍາມະການອໍານາດການປົກຄອງແຂວງບໍລິຄໍາໄຊ ກ່ຽວກັບເລື່ອງສະເໜີຂໍອະນຸຍາດໃຫ້ຄົນ, ພາຫະນະກົນຈັກທາງບົກ ແລະສິນຄ້າຂອງແຂວງບໍລິຄໍາໄຊ ແລະແຂວງເງະອານ ໄດ້ຜ່ານດ່ານທ້ອງຖິ່ນນໍ້າອ່ອນ-ແທງທຸຍ.

ບົນພື້ນຖານເນື້ອໃນສະເໜີຂອງຫົວໜ້າພະແນກພົວພັນຕ່າງປະເທດກ່ຽວກັບບັນຫາດັ່ງກ່າວ, ວັນທີ 18 ກຸມພາ, ຄະນະກໍາມະການປະຊາຊົນແຂວງເງະອານ ໄດ້ປະກາດໃຊ້ຈົດໝາຍທາງການສະບັບເລກທີ 1086/UBND-KT ໃຫ້ພະແນກ, ຂະແໜງການ, ຫົວໜ່ວຍ, ຄະນະກໍາມະການປະຊາຊົນບັນດາເມືອງຊາຍແດນທາງບົກ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງໂດຍອີງໃສ່ພາລະບົດບາດ, ໜ້າທີ່ຂອງອົງການ, ກົມກອງສົມທົບກັນປະຕິບັດການກວດກາ, ກວດສອບ, ອະນຸຍາດໃຫ້ຄົນ, ພາຫະນະກົນຈັກທາງບົກ ແລະສິນຄ້າຂອງແຂວງເງະອານ ແລະແຂວງຫົວພັນ ໄດ້ເຄື່ອນໄຫວ, ຊື້ຂາຍ, ແລກປ່ຽນຜ່ານຄູ່ດ່ານຊາຍແດນທ້ອງຖິ່ນທົງທູ (ເງະອານ)-ນໍ້າໃຕ້ (ຫົວພັນ). ກວດກາ, ຄວບຄຸມ, ອະນຸຍາດໃຫ້ຄົນ, ພາຫະນະກົນຈັກທາງບົກ ແລະສິນຄ້າຂອງແຂວງເງະອານ ແລະແຂວງບໍລິຄໍາໄຊ ໄດ້ເຄື່ອນໄຫວໄປມາ, ຊື້ຂາຍ, ແລກປ່ຽນຜ່ານຄູ່ດ່ານຊາຍແດນທ້ອງຖິ່ນແທງທູຍ (ເງະອານ)-ນໍ້າອ່ອນ (ບໍລິຄໍາໄຊ) ຮັບປະກັນໃຫ້ຖືກກັບຂັ້ນຕອນ, ຂໍ້ກຳນົດຂອງກົດໝາຍ ແຕ່ວັນທີ 20 ກຸມພາ ເປັນຕົ້ນໄປ.

ການໄປມາຄ້າຂາຍຢູ່ສອງດ່ານທ້ອງຖິ່ນທົງທູ-ນໍ້າໃຕ້ (ລາວ), ແທງທູຍ - ນໍ້າອ່ອນ (ລາວ) ມີຄວາມໝາຍໃຫຍ່ຫຼວງຕໍ່ກັບສອງຝ່າຍດ່ານຊາຍແດນ. ນີ້ແມ່ນການເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າທີ່ສະດວກລະຫວ່າງຫວຽດນາມ-ລາວ ແລະສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນ ແລະປະຊາຊົນທີ່ຢູ່ສອງຟັ່ງຊາຍແດນໄດ້ພົບປະ, ແລກປ່ຽນ, ຄ້າຂາຍສິນຄ້າ, ພົວພັນແລກປ່ຽນການຄ້າ, ພັດທະນາທ່ອງທ່ຽວ, ຈາກນັ້ນ ປະກອບສ່ວນສ້າງຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ໄຊນີດາ