leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະຜູ້ແທນເຮັດວຽກກັບການນໍາແຂວງຄໍາມ່ວນ, ພາກກາງລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ບັນດາການເຮັດວຽກກັບການນໍາແຂວງຄໍາມ່ວນ ແລະບໍລິຄໍາໄຊ, ທ່ານ ຫວຽນມິງເຕິມ ຊົມເຊີຍຜົນງານ ເຊິ່ງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຄໍາມ່ວນ ແລະບໍລິຄໍາໄຊ ບັນລຸໄດ້ໃນໄລຍະຜ່ານມາ, ຊ່ວຍໃຫ້ສະພາບການເມືອງມີສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຮັບປະກັນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັກສາຢ່າງໝັ້ນຄົງ, ເສດຖະກິດພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນ.

ທ່ານ ຫງວຽນມິງເຕິມ ກໍ່ໄດ້ເນັ້ນໜັກເຖິງຄວາມສໍາຄັນ ແລະມີຄວາມໝາຍເປັນຕາຍຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ; ຢັ້ງຢືນວ່າ ການພົວພັນແບບພິເສດຫວຽດນາມ-ລາວ ທີ່ພວມນັບມື້ນັບພັດທະນາອັນດີງາມຄືໃນປະຈຸບັນແມ່ນມີການປະກອບສ່ວນສໍາຄັນຂອງສອງແຂວງຄໍາມ່ວນ ແລະບໍລິຄໍາໄຊ, ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງທ້ອງຖິ່ນສອງປະເທດ, ແມ່ນພື້ນຖານໝັ້ນແກ່ນປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຢ່າງໝັ້ນຄົງ ແລະພັດທະນາຢູ່ແຕ່ລະປະເທດ.

ການນໍາແຂວງຄໍາມ່ວນ ແລະບໍລິຄໍາໄຊ ກໍ່ສະແດງຄວາມປາດຖະໜາວ່າໃນຖານະຕໍາແໜ່ງເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ, ທ່ານ ຫງວຽນມິງເຕິມ ຈະແມ່ນຂົວເຊື່ອມຕໍ່ຊ່ວຍສອງແຂວງນີ້ສົມທົບກັບບັນດາທ້ອງຖິ່ນຂອງຫວຽດນາມ ຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງຂອງພັກ, ສອງລັດ ແລະຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງຄໍາມ່ວນ ແລະບໍລິຄໍາໄຊ ກັບບັນດາແຂວງ, ນະຄອນຂອງຫວຽດນາມ.

ໂດຍ: ໄຊນີດາ