leftcenterrightdel
ທ່ານ ຫງວຽນວັນທ້ຽນ ມອບຂອງເປັນທີ່ລະນຶກໃຫ້ຜູ້ຕາງໜ້າຄະນະປະຕິບັດງານ. ພາບ: baokhanhhoa.vn

ທີ່ການພົບປະເຈລະຈາ, ການນຳສອງຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ, ໝາກຜົນທີ່ພົ້ນເດັ່ນດ້ານເສດຖະກິດ-ສັງຄົມ ແລະ ວຽກງານແນວໂຮມຂອງແຕ່ລະແຂວງໃນໄລຍະຜ່ານມາ. ພ້ອມທັງ, ແບ່ງປັນ ແລະປຶກສາຫາລືກ່ຽວກັບວຽກງານສາສະໜາ, ວຽກງານຜັນຂະຫຍາຍບັນດາຂະບວນການແຂ່ງຂັນຮັກຊາດ, ວຽກງານຂົນຂວາຍເບິ່ງແຍງດູແລຄົນທຸກຍາກ, ໂຄງການສະຫວັດດີການສັງຄົມ; ການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງປະຊາຊົນ; ການສັບຊ້ອນ ແລະ ບຳລຸງສ້າງພະນັກງານແນວໂຮມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະພາບການໃໝ່... ທ່ານນາງ ວາດສະໜາ ສີລິມາ ຫວັງວ່າແນວໂຮມສອງແຂວງຈະສືບຕໍ່ຮັກສາ, ເພີ່ມທະວີການພົບປະແລກປ່ຽນຖອດຖອນບົດຮຽນ, ໜູນຊ່ວຍກັນ ໃນວຽກງານກໍ່ສ້າງອົງການຈັດຕັ້ງ ແລະປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວເພື່ອຍົກສູງບົດບາດຂອງແນວໂຮມ...

leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ແຄ໋ງຮ່ວາ. ພາບ: baokhanhhoa.vn

ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ຫງວຽນວັນທ້ຽນ ເນັ້ນໜັກວ່າ: ຜ່ານການພົບປະຄັ້ງນີ້, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງແຄ໋ງຮ່ວາ ແລະຄະນະກຳມະການແນວລາວສ້າງຊາດແຂວງຈຳປາສັກ ໄດ້ກຳແໜ້ນຂໍ້ມູນຂ່າວສານ ແລະບົດຮຽນປະສົບການຫຼາຍຢ່າງໃນວຽກງານແນວໂຮມ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມື ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນອົງການແນວໂຮມສອງແຂວງແຄ໋ງຮ່ວາ - ຈຳປາສັກ.

ໂດຍ: ສີສະຫວັດ ເພັງສີລາພັນ