ທີ່ການເຮັດວຽກ, ການນຳກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ລາຍງານສະພາບການຢູ່ເສັ້ນຊາຍແດນລະຫວ່າງແຂວງ ຮ່າຕິ້ງ (ຫວຽດນາມ) ກັບແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ (ລາວ); ການສົມທົບກັນປະຕິບັດບັນດາເນື້ອໃນທີ່ສອງຝ່າຍໄດ້ລົງນາມໃນແຕ່ລະປີ; ພິເສດແມ່ນໃນວຽກງານສົມທົບກັນແລກປ່ຽນທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມທີ່ເກີດຂຶ້ນຢູ່ເຂດຊາຍແດນ ແລະດ່ານຊາຍແດນ; ວຽກງານສົມທົບກັນຕໍ່ສູ້ຕ້ານ ແລະສະກັດກັ້ນກົນອຸບາຍ, ເລ່ລ່ຽມຂອງອາດຊະຍາກຳປະເພດຕ່າງໆ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: bienphong.com.vn

ດ້ວຍຈິດໃຈສາມັກຄີ, ມິດຕະພາບແບບພິເສດ, ທະຫານຊາຍແດນແຂວງຮ່າຕິ້ງ ຍັງໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບໝາກຜົນ ແລະສິ່ງຄົງຂ້າງຈໍານວນໜຶ່ງ ໃນວຽກງານສົມທົບກັນໃນໄລຍະທີ່ຜ່ານມາ;  ກໍານົດທິດທາງວຽກງານສົມທົບກັນໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ ຕ້ານອາດຊະຍາກຳທີ່ກ່ຽວຂ້ອງເຖິງສອງປະເທດ, ເປັນຕົ້ນແມ່ນໃນການແລກປ່ຽນສະພາບການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດ.

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງຮ່າຕິ໊ງ ມອບຂອງຂວັນໃຫ້ອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈໍາຫວຽດນາມ. ພາບ: bienphong.com.vn

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພັນເອກ ຄອນສີ ເນົາວະລາດ, ຫົວໜ້າອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳຫວຽດນາມ ຕີລາຄາສູງການສົມທົບກັນປະຕິບັດໜ້າທີ່ໃນຊຸມປີຜ່ານມມາລະຫວ່າງກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄຳໄຊ ແລະແຂວງຄຳມ່ວນ. ພ້ອມທັງ, ສະແດງຄວາມເຫັນດີເປັນເອກະພາບໃນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍໃນວຽກງານຄຸ້ມຄອງ ແລະປ້ອງກັນຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ເສັ້ນຊາຍແດນຫວຽດນາມ - ລາວ.

ໂດຍ: ທູຈາງ