ທີ່ການພົບປະ,  ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອການຮ່ວມມືລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ສະແດງໃຫ້ເຫັນຜ່ານການພົບປະຂອງສອງກົມການເມືອງ ແລະກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ກໍ່ຄືການພົບປະລະຫວ່າງການນຳຂັ້ນສູງສອງປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍຈະເລີນເຕີບໂຕ, ສິ່ງທີ່ໜ້າເອົາໃຈໃສ່ແມ່ນວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 2,25 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ປີ 2023. ສິ່ງກີດຂວາງຫຼາຍຢ່າງໃນບັນດາໂຄງການຈຸດສຸມພວມໄດ້ຮັບການກວດກາຄືນ ແລະແກ້ໄຂຢ່າງຕັ້ງໜ້າ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ຊີ້ນຳບັນດາກະຊວງ, ຂະແໜງການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆທີ່ບັນລຸໄດ້ໃນການພົບປະລະຫວ່າງສອງກົມການເມືອງ ແລະໝາກຜົນກອງປະຊຸມຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ - ລາວ ຜ່ານມາ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ - ການພົວພັນຕ່າງປະເທດ - ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ການເຊື່ອມຕໍ່ຄົມມະນາຄົມ. ໃນນັ້ນ, ສຸມໃສ່ສ້າງບາດກ້າວຫັນປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະວິທະຍາສາດເຕັກນິກ; ຍົກສູງປະສິດທິຜົນການຮ່ວມມືລົງທຶນ; ຊຸກຍູ້ການພັດທະນາພື້ນຖານໂຄງລ່າງເສດຖະກິດຂອງລາວ.

​​*ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຍັງພົບປະກັບທ່ານ Mansour bin Zayed Al Nahyan  ຮອງປະທານາທິບໍດີ UAE ແລະພົບປະສອງຝ່າຍກັບທ່ານ Abdullah bin Zayed Al Nahyan ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ UAE.

ໂດຍ: ທະນາພອນ