ອົງການປະຈຳສຳນັກຂ່າວສານຫວຽດນາມ ປະຈຳ ລາວ ມີບົດບາດສຳຄັນທີ່ສຸດ, ເປັນຂົວຕໍ່ໂຄສະນາຂໍ້ມູນຂ່າວສານຈາກ ຫວຽດນາມ ເຖິງລາວ ແລະຈາກ ລາວ ມາຫວຽດນາມ. ນັ້ນແມ່ນຄຳຢືນຢັນຂອງທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ.
    |
 |
ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວ ສານຫວຽດນາມ |
ຕາມທ່ານ ບຸນທອງ ຈິດມະນີ ແລ້ວ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ແມ່ນກົດເກນພາວະວິໄສ, ແມ່ນປັດໄຈສຳຄັນຂອງແຕ່ລະພັກ ແລະແມ່ນຊັບສົມບັດອັນລໍ້າຄ່າ, ເປັນພື້ນຖານເພື່ອໃຫ້ສອງປະເທດ ຫວຽດນາມ-ລາວ ພ້ອມກັນພັດທະນາ.
ສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ຂອງ ລາວ ແມ່ນໜຶ່ງໃນບັນດາອົງການປະຈຳຕ່າງປະເທດຂອງສຳນັກຂ່າວສານຫວຽດນາມ, ນັກຂ່າວຢູ່ທີ່ນັ້ນແມ່ນກໍາລັງປະກອບສ່ວນໂດຍກົງເຂົ້າໃນວຽກງານຖະແຫຼງຂ່າວ, ໂຄສະນາ, ພາຍໃນ, ການຕ່າງປະເທດ... ແນໃສ່ເຜີຍແຜ່, ໂຄສະນາແຜນນະໂຍບາຍ, ແນວທາງ, ນະໂຍບາຍທີ່ຖືກຕ້ອງ ແລະຜົນງານກ່ຽວກັບການປ່ຽນແປງໃໝ່, ຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອປະຫວັດສາດທີ່ມີມາແຕ່ດົນນານຂອງສອງປະເທດຫວຽດນາມ ແລະລາວ ເຖິງເພື່ອນມິດສາກົນ.
ທ່ານ ບຸນທອງ ຈິດມະນີ ຖືວ່າ ໃນໄລຍະຜ່ານມາ ກໍ່ຄືປະຈຸບັນ, ບັນດານັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ລາວ ຍາມໃດກໍ່ມານະພະຍາຍາມ, ເກັບກຳ ແລະໂຄສະນາຂໍ້ມູນຂ່າວສານຢ່າງທັນການ, ຄົບຖ້ວນດ້ວຍຫຼາຍຮູບການສື່ສານທີ່ແຕກຕ່າງກັນ, ຄື: ຂ່າວ, ບົດ, ຂ່າວພາບ, ວີດີໂອກ່ຽວກັບສະພາບການເມືອງ, ເສດຖະກິດ-ສັງຄົມ… ຢູ່ລາວ, ກໍ່ຄືສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ; ບັນດານັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ລາວ ຍາມໃດກໍ່ເອົາໃຈໃສ່ເປັນພິເສດ ແລະຖືເປັນສໍາຄັນວຽກງານໜູນຊ່ວຍ, ແລກປ່ຽນ, ແບ່ງປັນບົດຮຽນກັບນັກຂ່າວບັນດາອົງການສື່ມວນຊົນ, ໂຄສະນາສື່ສານຂອງລາວ, ຄື: ໜັງສືພິມພິມ, ວິທະຍຸ, ໂທລະພາບ, ວາລະສານ… ແນໃສ່ຍົກສູງຄຸນນະພາບຜະລິດຕະພັນບັນດາຮູບການໂຄສະນາສື່ສານ.
ຕາມທ່ານ ບຸນທອງ ຈິດມະນີ ແລ້ວ, ເລື່ອງອົງການປະຈຳສຳນັກຂ່າວສານຫວຽດນາມ ປະຈຳ ລາວ ກໍ່ຄືບັນດາອົງການສື່ມວນຊົນອື່ນຂອງຫວຽດນາມ ປະຈຳ ລາວ, ມີບົດບາດ, ໜ້າທີ່ສຳຄັນໃນວຽກງານຂໍ້ມູນຂ່າວສານ, ໂຄສະນາກ່ຽວກັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຂອງສອງປະເທດ ສໍາລັບເພື່ອນມິດສາກົນຢ່າງທັນການ, ບໍ່ພຽງແຕ່ຊ່ວຍດຶງດູດການລົງທຶນຈາກຕ່າງປະເທດໃຫ້ສອງປະເທດ, ເພື່ອສອງປະເທດພ້ອມກັນພັດທະນາເທົ່ານັ້ນຫາກຍັງຊ່ວຍຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໝັ້ນຄົງທະນົງແກ່ນຕະຫຼອດການ ແລະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນ ແລະຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ.
ສຳນັກຂ່າວສານຫວຽດນາມ ດ້ວຍພາລະບົດບາດ, ໜ້າທີ່ ແລະບົດບາດສຳຄັນໃນວຽກງານຖະແຫຼງຂ່າວ, ໂຄສະນາສື່ສານຍາມໃດກໍ່ຮ່ວມເດີນທາງ ແລະຮ່ວມມືຢ່າງແໜ້ນແຟ້ນກັບຂະແໜງຖະແຫຼງຂ່າວ, ສື່ສານຂອງລາວ ເພື່ອແລກປ່ຽນບົດຮຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ. ສິ່ງດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ ແລະສໍານັກຂ່າວສານຫວຽດນາມ ປະຈຳ ລາວ ໃນໄລຍະຜ່ານມາໄດ້ປະຕິບັດສິ່ງນີ້ເປັນຢ່າງດີ, ບັນລຸໄດ້ຜົນສຳເລັດຫຼາຍຢ່າງ ແລະໄດ້ຮັບໝາກຜົນຢ່າງຈະແຈ້ງ, ປະກອບສ່ວນໃຫ້ແກ່ການພັດທະນາຂະແໜງຖະແຫຼງຂ່າວ, ສື່ສານຂອງລາວ.
    |
 |
ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ຖ່າຍຮູບລວມກັບນັກຂ່າວບັນດາອົງການສື່ມວນຊົນໃຫຍ່ຂອງລາວ ທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ ສໍານຽງ ແສງຄີຍະວົງ, ບັນນາທິການພະແນກພາສາຫວຽດນາມຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍ່ໃຫ້ຮູ້ວ່າ ສຳນັກຂ່າວສານຫວຽດນາມ ສວມບົດບາດສຳຄັນທີ່ສຸດໃນການຮັກສາ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດລາວ ແລະຫວຽດນາມ, ເພາະວ່າສຳນັກຂ່າວສານຫວຽດນາມ ໄດ້ໂຄສະນາກ່ຽວກັບແນວທາງນະໂຍບາຍຂອງສອງປະເທດເປັນປະຈຳ, ໂຄສະນາຂໍ້ມູນຂ່າວສານຂອງຫວຽດນາມ ໄປລາວ ແລະໂຄສະນາຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຕ່າງໆຈາກ ລາວ ມາຫວຽດນາມ. ສິ່ງນີ້ມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນໃຫ້ແກ່ການຮັກສາສາຍພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ.
ທ່ານ ວິລະວັນ ລົດສຸວັນ, ນັກຂ່າວສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ: "ໃນໄລຍະ 10 ກວ່າປີທີ່ເຮັດວຽກຢູ່ສຳນັກຂ່າວສານປະເທດລາວ, ຂ້າພະເຈົ້າໄດ້ສົມທົບກັບນັກຂ່າວຂອງສຳນັກຂ່າວສານຫວຽດນາມ ເປັນປະຈຳເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານດ້ານວິຊາການ, ນອກຈາກນັ້ນ, ຂ້າພະເຈົ້າ ຍັງໄດ້ຮັບການຊ່ວຍເຫຼືອຈາກນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳ ລາວ, ໃນຂະບວນການເຮັດວຽກ, ຄື: ແບ່ງປັນຮູບພາບ, ຂໍ້ມູນຂ່າວສານໃນເຫດການແຕກຕ່າງກັນ, ພິເສດແມ່ນໃນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງສອງປະເທດ ລາວ-ຫວຽດນາມ”.
ທ່ານ ບຸນທອງ ຈິດມະນີ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສຳນັກຂ່າວສານຫວຽດນາມ ປະຈຳ ລາວ ຈະສືບຕໍ່ເສີມຂະຫຍາຍບົດຮຽນຂອງຕົນ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບສື່ມວນຊົນຂອງລາວ ເພື່ອແບ່ງປັນບັນດາບົດຮຽນອັນລ້ຳຄ່າໃຫ້ແກ່ຂະແໜງສື່ມວນຊົນຂອງລາວ, ເພື່ອພ້ອມກັນຖອດຖອນບົດຮຽນ ແລະພ້ອມກັນພັດທະນາ.
ໂດຍ: ເຈິ່ນຮວ່ຽນ