ພ້ອມກັບການເຄື່ອນໄຫວລາດຕະເວັນ, ກວດສອບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ສອງກົມກອງໄດ້ຈັດຕັ້ງການແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ມອບຂອບຂວັນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ພາກພື້ນຊາຍແດນ.

ໃນຕອນເຊົ້າລະດູບານໃໝ່, ກຸ່ມພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນມີລີ ໄດ້ເດີນທາງປະຕິບັດໜ້າທີ່ລາດຕະເວັນຊາຍແດນ. ຕາມແຜນການໄດ້ຄະນະບັນຊາການຄ້າຍທະຫານຊາຍແດນມີລີ ແລະກອງຮ້ອຍຊາຍແດນ 217 ເຫັນດີເປັນເອກະພາບກ່ອນນັ້ນ, ກຸ່ມປະຕິບັດງານສອງກົມກອງໄດ້ໂຮມເຂົ້າກັນ, ລາດຕະເວນຮ່ວມຕອນຊາຍແດນແຕ່ຫຼັກໝາຍຊາຍແດນ 395 ມາຮອດ 396.

ໃນເລື່ອງລາວຕົ້ນປີໃໝ່, ທ່ານພັນຕີ ຟານດຶກເຕີມ ຫົວໜ້າການເມືອງຄ້າຍທະຫານຊາຍແດນມີລີ ໃຫ້ຮູ້ວ່າ: “ກົມກອງໄດ້ຄຸ້ມຄອງ, ປົກປັກຮັກສາຕອນຊາຍແດນຍາວກວ່າ 48,4 ກິໂລແມັດ (ໃນນັ້ນ ມີ 36,9 ກິໂລແມັດເສັ້ນຊາຍແດນຢູ່ແມ່ນໍ້າ, 11,5 ກິໂລແມັດທາງບົກ). ຢູ່ບໍລິເວນ 2 ຕາແສງມີລີ ແລະບັກລີ (ເມືອງກີ່ເຊີນ) ໂດຍກົມກອງຮັບຜິດຊອບ, ມີພົນລະເມືອງໜາແໜ້ນ, ດ້ວຍປະຊາກອນປະມານກວ່າ 10.000 ຄົນ, ລວມມີ 4 ຊົນເຜ່ົາ: ໄທ, ມົ້ງ, ເຄີມູ໊ ແລະກິງ ຮ່ວມດໍາລົງຊີວິດ.

ປະຊາຊົນຕັ້ງຖິ່ນຖານກະຈາຍຢູ່ຫຼາຍບ້ານຫ່າງໄກສອກຫຼີກ, ຂວາງຂັ້ນ, ບາງເຂດຊຸມຊົນຍັງນອນໃນສະພາບທີ່ບໍ່ເຄີຍມີໄຟຟ້າ, ສັນຍານໂທລະສັບ. ການເຄື່ອນໄຫວຂອງອາດຊະຍະກໍາ, ການລະເມີດກົດໝາຍຍັງມີຄວາມສັບສົນ”.

leftcenterrightdel
ກຸ່ມປະຕິບັດງານຄ້າຍທະຫານຊາຍແດນມີລີ ແລະກອງຮ້ອຍຊາຍແດນ 217 ປະຕິບັດພິທີຂໍ່ານັບຫຼັກໝາຍອະທິປະໄຕ. ພາບ: qdnd.vn

ກໍາແໜ້ນສະພາບການບໍລິເວນ, ລັກສະນະຊຸມຊົນ, ຄະນະບັນຊາການກົມກອງໄດ້ເປັນເຈົ້າການຜັນຂະຫຍາຍມາດຕະການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ບໍລິເວນ, ໂດຍສະເພາະແມ່ນຈຸດເວລາກ່ອນ, ໃນ ແລະຫຼັງເຕັດປະຈໍາຊາດ.

ໃນນັ້ນ, ເອົາວຽກງານເປັນເຈົ້າການກໍາແໜ້ນສະພາບການ, ໂຄສະນາກົດໝາຍໃຫ້ປະຊາຊົນເປັນຫຼັກ. ຈຸດເວລາກ່ອນເຕັດປະຈໍາຊາດປີ 2025, ຄ້າຍທະຫານຊາຍແດນມີລີ ໄດ້ເປັນເຈົ້າການສົມທົບກັນກັບຕໍາຫຼວດ, ອໍານາດການປົກຄອງໂຄສະນາກົດໝາຍໃຫ້ແກ່ປະຊາຊົນດ້ວຍຫຼາຍຮູບການຕ່າງກັນ. 

ພ້ອມກັບການໂຄສະນາຈຸດສຸມ, ບັນດາກຸ່ມປະຕິບັດງານຂອງບັນດາກົມກອງໄດ້ມາເຮືອນ, ໂດຍສະເພາະແມ່ນບັນດາຄອບຄົວໃນເກນອາຍຸໜຸ່ມ, ໄວໜຸ່ມໄປເຮັດວຽກຢູ່ໄກກັບມາ, ເພື່ອພົບປະ, ປຸກລະດົມຄອບຄົວເອົາໃຈໃສ່, ສຶກສາລູກ, ຫຼານປະຕິບັດກຳນົດກົດໝາຍເປັນຢ່າງດີ.

ບັນດາກຸ່ມປະຕິບັດງານສຸມໃສ່ໂຄສະນາເພື່ອໃຫ້ປະຊາຊົນບໍ່ເຂົ້າຮ່ວມ, ຕໍ່ມືໃຫ້ບັນດາການເຄື່ອນໄຫວເກັບໂຮມສະສົມ, ນໍາໃຊ້ວັດຖຸລະເບີດ, ຫຼິ້ນໄພ້ກິນເງິນ, ບໍ່ໃຫ້ຍາດຕິພີ່ນ້ອງນໍາໃຊ້ລົດຈັກເມື່ອດື່ນເຫຼົ້າກິນເບຍ.

ຄ້າຍທະຫານຊາຍແດນມີລີ ກໍ່ເສີມຂະຫຍາຍບົດບາດຂອງບັນດາກຸ່ມຄຸ້ມຄອງຊາຍແດນເອງ, ຫຼັກໝາຍຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນ, “ກອງເຮືອຄຸ້ມຄອງເອງຢູ່ແມ່ນໍ້າ, ຫ້ວຍຊາຍແດນ” ເພື່ອກໍາແໜ້ນສະພາບການ.

leftcenterrightdel
ຕາງໜ້າບັນຊາການສອງກົມກອງກວດກາສະພາບຫຼັກໝາຍອະທິປະໄຕ. ພາບ: qdnd.vn
leftcenterrightdel
ສອງກົມກອງພົບປະ, ແລກປ່ຽນສະພາບເຂດຊາຍແດນຮ່ວມ. ພາບ: qdnd.vn

ພ້ອມກັບວຽກງານໂຄສະນາກົດໝາຍ, ຄະນະບັນຊາການຄ້າຍທະຫານຊາຍແດນມີລີ ໄດ້ແບ່ງງານ, ຮັກສາພົນທະຫານເວນຍາມເຕັດໃຫ້ຖືກຕ້ອງຕາມກໍານົດຂອງຂັ້ນເທິງ.

ບົນພື້ນຖານນັ້ນ, ສ້າງແຜນການ, ເປັນເຈົ້າການເພີ່ມທະວີວຽກງານລາດຕະເວນ, ກວດສອບຢ່າງແໜ້ນແຟ້ນ, ປົກປັກຮັກສາຄວາມສະຫງົບຊາຍແດນ, ບໍລິເວນເນື່ອງໃນໂອກາດຈຸດສູງກ່ອນ, ໃນ ແລະຫຼັງເຕັດ.

ກົມກອງໄດ້ຜັນຂະຫຍາຍຫຼາຍກຸ່ມປະຕິບັດງານຕ້ອນຮັບເຕັດພ້ອມກັບປະຊາຊົນຢູ່ບ້ານຕ່າງໆ, ຜ່ານນັ້ນກໍາແໜ້ນສະພາບການ, ເປັນເສນາທິການໃຫ້ຜູ້ບັນຊາການກົມກອງ, ອໍານາດການປົກຄອງທ້ອງຖິ່ນມີແຜນນະໂຍບາຍ, ມາດຕະການສອດຄ່ອງ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ.

ໃນຈຸດເວລາປີໃໝ່, ຄ້າຍທະຫານຊາຍແດນມີລີ ໄດ້ສົມທົບກັບກອງຮ້ອຍຊາຍແດນ 217 ຈັດຕັ້ງການລາດຕະເວນສອງຝ່າຍວົງແຄບຊາຍແດນ.

ການລາດຕະເວນເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ, ກໍາລັງປະຕິບັດໜ້າທີ່ໄດ້ໂຄສະນາເພື່ອໃຫ້ປະຊາຊົນສອງປະເທດມີບັນດາການເຄື່ອນໄຫວໄປມາຢ້ຽມຢາມຍາດຕິພີ່ນ້ອງຖືກຕາມກໍານົດກົດໝາຍ, ບໍ່ເຂົ້າຮ່ວມ, ຕໍ່ມືໃຫ້ບັນດາເປົ້າໝາຍບໍ່ດີ.

leftcenterrightdel
ຕາງໜ້າຄ້າຍທະຫານຊາຍແດນມີລີ ມອບຂອງຂວັນ ແລະທຶນການສຶກສາໃຫ້ຫຼານຊົງບາກົງ. ພາບ: qdnd.vn

ສິ້ນສຸດການລາດຕະເວນ, ກຸ່ມປະຕິບັດງານສອງກົມກອງໄດ້ແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການ, ພ້ອມທັງວາງອອກມາດຕະການຮັບປະກັນຄວາມໝັ້ນຄົງລະບຽບຮຽບຮ້ອຍຢູ່ພາກພື້ນຊາຍແດນຮ່ວມສອງປະເທດ.

ເນື່ອງໃນໂອກາດນີ້, ຄ້າຍທະຫານຊາຍແດນມີລີ ໄດ້ມອບຂອງຂວັນ ແລະເງິນຈໍານວນ 5 ລ້ານໃຫ້ຫຼານຊົງບາກົງ, ບ້ານຫ້ວຍປາ, ແຂວງຫົວພັນ (ລາວ) ໂດຍກົມກອງອຸປະກາລະໃນລາຍການ “ຊ່ວຍນ້ອງມາໂຮງຮຽນ”.

ໂດຍ: ໄຊນີດາ