ອີງຕາມຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງບັກຢາງ ແລະອໍານາດການປົກຄອງແຂວງໄຊສົມບູນ ໄລຍະ 2021-2025, ອີງຕາມຂໍ້ສະເໜີຂອງແຂວງໄຊສົມບູນ ແລະໃບສະເໜີຂອງພະແນກການຕ່າງປະເທດ. ປີ 2025, ຄະນະກຳມະການປະຊາຊົນແຂວງບັກຢາງ ຈະຈັດສົ່ງຄູສອນອາສາສະໝັກ 1 ຄົນໄປສອນພາສາຫວຽດນາມ ໃຫ້ພະນັກງານ, ລັດຖະກອນຢູ່ແຂວງໄຊສົມບູນ ໃນໄລຍະ 3 ເດືອນ.

leftcenterrightdel
ປີ 2024, ເອື້ອຍຄູ ຈູທິຮຽບ, ໂຮງຮຽນປະຖົມຕຽນລູກ (ລ້າງຢາງ) ໄດ້ໄປສອນພາສາຫວຽດໃຫ້ແກ່ພະນັກງານການນຳບັນດາພະແນກ, ຄະນະ, ຂະແໜງຂອງແຂວງໄຊສົມບູນ. ພາບ: baobacgiang.vn

ຄືດັ່ງໄດ້ຮູ້ແລ້ວວ່າ, ຕາມຂໍ້ຕົກລົງຮ່ວມມືດ້ານການສຶກສາ, ໃນຊຸມປີຜ່ານມານີ້, ແຂວງບັກຢາງ ໄດ້ຈັດສົ່ງຄູໄປສອນພາສາຫວຽດນາມ ໃຫ້ພະນັກງານ, ລັດຖະກອນແຂວງໄຊສົມບູນ (1,5 ເດືອນ/ຊຸດ).

ພ້ອມກັນນັ້ນ, ແຂວງຍັງໜູນຊ່ວຍທຶນກໍ່ສ້າງລະດັບປະລິນຍາໂທໃຫ້ພະນັກງານ-ລັດຖະກອນ 2 ຄົນຂອງແຂວງໄຊສົມບູນ ຢູ່ມະຫາວິທະຍາໄລກະສິກຳ ແລະປ່າໄມ້ບັກຢາງ; ໜູນຊ່ວຍນັກສຶກສາດີເດັ່ນ 3 ຄົນຮຽນພາສາຫວຽດນາມ ແລະປະລິນຍາຕີ; ຈັດຕັ້ງບັນດາລາຍການພົບປະແລກປ່ຽນນັກສຶກສາ, ນັກຮຽນຢູ່ບັນດາໂຮງຮຽນ ຄື: ມະຫາວິທະຍາໄລກະສິກຳ ແລະປ່າໄມ້ບັກຢາງ, ວິທະຍາໄລເຕັກໂນໂລຢີ ຫວຽດນາມ-ສ.ເກົາຫຼີ, ວິທະຍາໄລໂງຢາຕື້; ພະແນກສຶກສາ ແລະກໍ່ສ້າງ; ພະແນກກະສິກຳ ແລະພັດທະນາຊົນນະບົດ.

ໂດຍ: ໄຊນີດາ