ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິຕວ໋ຽນ ໃຫ້ຮູ້ວ່າ ສືບຕໍ່ມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງໃນຫຼາຍປີຜ່ານມາ, ການພົວພັນລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນຫຼວງວຽງຈັນ ສືບຕໍ່ພັດທະນາຢ່າງດີງາມ ແລະນັບມື້ນັບຮອບດ້ານໃນທຸກຂົງເຂດ.

ບົນພື້ນຖານການຮ່ວມມືລະຫວ່າງສອງນະຄອນຫຼວງ, ໃນໄລຍະຜ່ານມາບັນດາອົງການນະຄອນຮ່າໂນ້ຍໄດ້ລົງນາມຮ່ວມມືກັບຫຼາຍອົງການຂອງນະຄອນຫຼວງວຽງຈັນ, ໃນນັ້ນ ບັນດາອົງການຄະນະພັກນະຄອນຮ່າໂນ້ຍ ໄດ້ລົງນາມຮ່ວມມືກັບບັນດາຄະນະພັກຂອງຄະນະພັກນະຄອນວຽງຈັນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ.  ພາບ: ຮວ່າງຝຸກ

ທ່ານນາງ ຫງວຽນທິຕວ໋ຽນ ຕີລາຄາສູງທີ່ຕັ້ງ, ບົດບາດ ແລະການປະກອບສ່ວນຂອງອົງການໄອຍະການປະຊາຊົນນະຄອນ ໃນວິວັດການພັດທະນາຂອງນະຄອນຫຼວງ.

ທ່ານນາງ ຫງວຽນທິຕວ໋ຽນ ຢັນຢືນວ່າ ອົງການໄອຍະການປະຊາຊົນນະຄອນ ໄດ້ຄວບຄຸມຕຸລາການໃນບັນດາວາລະພິພາກສາຂອງສານທ້ອງຖິ່ນເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາພື້ນຖານນິຕິບັນຍັດ, ປະຕິບັດກົດໝາຍ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານການເມືອງຮັບໃຊ້ພັດທະນາເສດຖະກິດ-ສັງຄົງ...

ຂອບໃຈຕໍ່ການແບ່ງປັນຂອງທ່ານນາງ ຫງວຽນທິຕວ໋ຽນ, ທ່ານ ຄໍາສຸກ ແສງມີໄຊ ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ ປີ 2024 ແມ່ນໄລຍະສໍາຄັນທີ່ສຸດສໍາລັບນະຄອນຫຼວງວຽງຈັນ, ຂະນະທີ່ທົ່ວພັກ, ທົ່ວປວງຊົນ ພວມມານະພະຍາຍາມບັນລຸຜົນງານດີທີ່ສຸດໃນການຜັນຂະຫຍາຍມະຕີເລກທີ 07 ຂອງຄະນະພັກນະຄອນວຽງຈັນ, ມຸ່ງເຖິງກະກຽມໃຫ້ກອງປະຊຸມໃຫຍ່ພັກທຸກຂັ້ນ, ພ້ອມທັງຂ່ຳນັບຮັບຕ້ອນເຫດການປະເທດລາວ ຮັບໜ້າທີ່ສຳຄັນເປັນປະທານອາຊຽນ.

ທ່ານ ຄໍາສຸກ ແສງມີໄຊ ຕີລາຄາສູງ ແລະໃຫ້ຮູ້ວ່າ ໄດ້ຮັບເອົາຫຼາຍບົດຮຽນອັນລໍ້າຄ່າຈາກການປະຕິບັດງານຕົວຈິງຢູ່ນະຄອນ, ໃນນັ້ນມີເມືອງດົງແອງ. ທ່ານ ມີຄວາມປະທັບໃຈພິເສດຕໍ່ເລື່ອງຮ່າໂນ້ຍ ໄດ້ປະກອບສ່ວນຫຼາຍສິ່ງຫຼາຍຢ່າງດີທີ່ສຸດໃຫ້ອົງການໄອຍະການປະຊາຊົນນະຄອນ, ຜ່ານນັ້ນຮັບປະກັນໃຫ້ອົງການປະຕິບັດສຳເລັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ.

ໂດຍ: ໄຊນີດາ