ເຂົ້າຮ່ວມເຫດການມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ; ຜູ້ຕາງໜ້າບັນດາອົງການອ້ອມຂ້າງສະຖານທູດ; ຜູ້ຕາງໜ້າວັດເຝິດຕິ໊ກນະຄອນຫຼວງວຽງຈັນ; ຜູ້ຕາງໜ້າສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ພ້ອມດ້ວຍພວກຫຼານເຍົາວະຊົນແມ່ນລູກນ້ອງໃນປະຊາຄົມຊາວຫວຽດນາມ ແລະຄົນລາວ ພວມດໍາລົງຊີວິດ ແລະເຮັດວຽກຢູ່ນະຄອນຫຼວງວຽງຈັນ.

leftcenterrightdel
ລາຍການສະແດງສິລະປະທີ່ຟົດຟື້ນຢູ່ງານບຸນ “ໄຫວ້ພະຈັນ”. ພາບ: ສໍານັກຂ່າວສານຫວຽດນາມ

“ບຸນໄຫວ້ພະຈັນ” ແມ່ນໜຶ່ງໃນບັນດາກິດຈະກໍາປະຈໍາປີ, ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາກິດຈະກໍາວັດທະນະທໍາທີ່ລື້ງເຄີຍ ເຊິ່ງພວກນ້ອງເຍົາວະຊົນສອງປະເທດຫວຽດນາມ ແລະລາວ ຢູ່ນະຄອນຫຼວງວຽງຈັນ ຍາມໃດກໍ່ລໍຖ້າເທົ່ານັ້ນ, ຫາກນີ້ຍັງແມ່ນຂົວເຊື່ອມຕໍ່ ເພື່ອແຜ່ຂະຫຍາຍວັດທະນະທໍາຫວຽດນາມ ເຖິງປະຊາຊົນປະເທດລ້ານຊ້າງອີກດ້ວຍ.

ບັນດາລາຍການໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ໂດຍພວກນ້ອງນັກຮຽນໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ສະແດງພ້ອມກັບການຊັກນໍາທີ່ລະອຽດອ່ອນ ແລະມ່ວນຊື່ນຂອງເອື້ອຍຮັ່ງ (ພະຈັນ) ແລະທ້າວ ກວ້ຍ ພາໃຫ້ພວກນ້ອງເຍົາວະຊົນມີຮູ້ສຶກພາກພູມໃຈທີ່ສຸດ.

ຕາມຄະນະຈັດຕັ້ງ “ບຸນໄຫວ້ພະຈັນ” ບໍ່ພຽງແຕ່ແມ່ນການເຄື່ອນໄຫວທີ່ມີປະໂຫຍດ, ຊ່ວຍພວກນ້ອງເຍົາວະຊົນມີວັນບຸນທີ່ມີຄວາມໝາຍເພື່ອຮໍ່າຮຽນໃຫ້ດີກວ່າເທົ່ານັ້ນ, ຫາກຍັງເຮັດໃຫ້ພວກນ້ອງເຂົ້າໃຈຕື່ມກ່ຽວກັບປະເພນີ ແລະຫຼັກສິນທຳອັນດີງາມຂອງຊາດຫວຽດນາມ, ເຂົ້າໃຈກວ່າກ່ຽວກັບປະເທດຊາດ ແລະຊາວຫວຽດນາມ ພ້ອມທັງສ້າງຄວາມສະໜິດຕິດພັນລະຫວ່າງເຍົາວະຊົນສອງປະເທດ ຫວຽດນາມ-ລາວ ກວ່າອີກ.

ໂດຍ: ໄຊນີດາ